lo_tn/rom/03/11.md

1.9 KiB

ບໍ່ມີຄົນທີ່ເຂົ້າໃຈ.

ບໍ່ມີໃຜເຂົ້າໃຈວ່າຫຍັງຄືສິ່ງທີ່ຖືກຕ້ອງ,ແປໄດ້ອີກຢ່າງວ່າ:"ບໍ່ມີໃຜເຂົ້າໃຈຢ່າງແທ້ຈິງວ່າຫຍັງຄືສິ່ງທີ່ຖືກຕ້ອງ"(ເບິ່ງ: rc://*/ta/man/translate/figs-explicit)

ບໍ່ມີຄົນທີ່ສະແຫວງຫາພຣະເຈົ້າ.

ຈຸດນີ້ຄຳວ່າ"ສະແຫວງຫາພຣະເຈົ້າ"ຫມາຍເຖິງການມີຄວາມສຳພັນກັບພຣະເຈົ້າ ແປໄດ້ອີກຢ່າງວ່າ:ບໍ່ມີໃຜພະຍາຍາມຢ່າງຈິງໃຈທີ່ມີຄວາມສຳພັນທີ່ຖືກຕ້ອງກັບພຣະເຈົ້າ".(ເບິ່ງ: rc://*/ta/man/translate/figs-explicit)

ຫລົງຜິດ.

ຈຸດນີ້ຄຳນີ້ຫມາຍເຖິງການເລີກທຳບາງສິ່ງ,ແປໄດ້ອີກຢ່າງວ່າ:"ປະຕິເສດພຣະເຈົ້າແລະພຣະປະສົງອັນຊອບທຳຂອງພຣະອົງສຳລັບພວກເຂົາ".(ເບິ່ງ: rc://*/ta/man/translate/figs-idiom)

ພວກເຂົາກາຍເປັນຄົນບໍ່ມີຄ່າເຫມືອນກັນທັງສິ້ນ.

ເນື່ອງຈາກບໍ່ມີໃຜທຳສິ່ງທີ່ດີ,ພວກເຂົາຈິ່ງບໍ່ມີຄ່າສຳລັບພຣະເຈົ້າ.ແປໄດ້ອີກຢ່າງວ່າ:"ທຸກຄົນໄດ້ກາຍເປັນບໍ່ມີຄ່າສຳລັບພຣະເຈົ້າ"(ເບິ່ງ: rc://*/ta/man/translate/figs-explicit)