lo_tn/rom/03/07.md

2.7 KiB

ແຕ່ຖ້າຄວາມຈິງຂອງພຣະເຈົ້າປາກົດເດັ່ນຊັດຂຶ້ນຜ່ານທາງຄຳຕົ້ວະຂອງຂ້າພຣະເຈົ້າ ຈົນທຳໃຫ້ພຣະອົງໄດ້ຮັບຄຳສັນລະເສີນຢ່າງເຕັມປ່ຽມແລ້ວ,ເປັນຫຍັງຂ້າພຣະເຈົ້າຈິ່ງຍັງຖືກພິພາກສາວ່າເປັນຄົນບາບຢູ່.

ຈຸດນີ້ໂປໂລຈິນຕະນາການເຖິງບາງຄົນເຖິງບາງຄົນທີ່ຍັງຄົງປະຕິເສດຂ່າວປະເສີດຂອງຄຣິດຕຽນຕໍ່ໄປ.ຝ່າຍຕົງກັນຂາມນັ້ນໂຕ້ແຢ້ງວ່າເພາະຄວາມບາບຂອງເຂົາສະແດງເຖິງຄວາມຊອບທຳຂອງພຣະເຈົ້າ,ສະນັ້ນ,ພຣະເຈົ້າຈິ່ງບໍ່ຄວນທີ່ຈະປະກາດວ່າເຂົາເປັນຄົນບາບໃນວັນພິພາກສາເຖິງແມ່ນເຊັ່ນວ່າເຂົາຈະເວົ້າຂີ້ຕົວະ.(ເບິ່ງ: rc://*/ta/man/translate/figs-rquestion)

ເປັນຫຍັງເຮົາຈິ່ງບໍ່ກ່າວ...ເກີດຂຶ້ນ

ຈຸດນີ້ໂປໂລຕັ້ງຄຳຖາມຂອງຕົວເອງເພື່ອສະແດງວ່າການໂຕ້ແຍ້ງຂອງຝ່າຍຕົງກັນຂ້າມທີ່ເຂົາຈິນຕະນາການຂຶ້ນມານັ້ນບໍ່ມີເຫດຜົນພຽງໃດ,ແປໄດ້ອີກວ່າ:"ຂ້າພຣະເຈົ້າກໍອາດຈະກ່າວເຊັ່ນກັນວ່າ...ເກີດຂຶ້ນ!"(ເບິ່ງ: rc://*/ta/man/translate/figs-rquestion)

ຢ່າງທີ່ມີຄົນລາຍງານໃສ່ຄວາມເຮົາວ່າ ເຮົາກ່າວວ່າ.

"ບາງຄົນເວົ້າຕົວະກັບຄົນອື່ນວ່ານີ້ຄືສິ່ງທີ່ເຮົາເວົ້າ"

ການພິພາກສາລົງໂທດຄົນເຫລົ່ານັ້ນກໍຍຸຕິທັມແລ້ວ.

ຈະເກີດຄວາມຍຸຕິທັມກໍຕໍ່ເມື່ອພຣະເຈົ້າຊົງກ່າວໂທດສັດຕູຂອງໂປໂລ,ເຫດເຫລົ່ານີ້ເພາະພວກເຂົາຂີ້ຕົວະກ່ຽວກັບສິ່ງທີ່ໂປໂລໄດ້ສັ່ງສອນ.