lo_tn/rom/03/05.md

4.4 KiB

ແຕ່ຖ້າຄວາມອະທຳຂອງເຮົາສະແດງໃຫ້ເຫັນເຖິງຄວາມຊອບທຳຂອງພຣະເຈົ້າແລ້ວ ເຮົາຈະວ່າຢ່າງໃດ.

ຂໍ້ຄິດເຫັນນີ້ປາກົດໃນຮູບແບບຂອງຄຳຖາມເພື່ອເພີ້ມການເນັ້ນຢ້ຳ.ແປໄດ້ອີກຢ່າງວ່າ:"ແຕ່ບາງຄົນໂຕ້ແຢ້ງວ່າເມື່ອເຮົາທຳຜິດຜູ້ຄົນຈະເຫັນໄດ້ຢ່າງຈະແຈ້ງຂຶ້ນເຖິງການທີ່ພຣະເຈົ້າຊົງກະທຳໃນສິ່ງທີ່ຖືກຕ້ອງ ເຮົາຈະວ່າຢ່າງໃດໃນເລື່ອງນັ້ນ?"(ເບິ່ງ: rc://*/ta/man/translate/figs-rquestion)

ພຣະເຈົ້າຊົງຊອບທຳເມື່ອພຣະອົງຊົງລົງກ່າວໂທດບໍ່ແມ່ນບໍ.

ຂໍ້ຄິດເຫັນນີ້ປາກົດໃນຮູບແບບຂອງຄຳຖາມເພື່ອເພີ້ມການເນັ້ນຢ້ຳ.ແປໄດ້ອີກຢ່າງວ່າ:"ເຮົາບໍ່ສາມາດບອກໄດ້ວ່າພຣະເຈົ້າຊົງບໍ່ຊອບທຳເມື່ອພຣະອົງຊົງລົງໂທດຜູ້ຄົນ"ຫຼື"ເຮົາຕ້ອງຍັງຄົງເວົ້າວ່າພຣະເຈົ້າຊົງຊອບທຳ ເຖິງແມ່ນເມື່ອພຣະອົງຊົງລົງໂທດຜູ້ຄົນ"(ເບິ່ງ: rc://*/ta/man/translate/figs-rquestion)

ພຣະພິໂຣດ.

ຈຸດນີ້"ພຣະພິໂຣດ"ເປັນຄຳທີ່ໃຊ້ແທນການລົງໂທດຈາກພຣະເຈົ້າ"(ເບິ່ງ: rc://*/ta/man/translate/figs-metonymy)

ຂ້າພຣະເຈົ້າເວົ້າຕາມເຫດຜົນຂອງມະນຸດ.

ຈຸດນີ້"ເຫດຜົນຂອງມະນຸດ"ຫມາຍເຖິງວິທີໂດຍປົກກະຕິທີ່ມະນຸດຈະເວົ້າ.ແປໄດ້ອີກຢ່າງວ່າ:"ຈຸດນີ້ຂ້າພຣະເຈົ້າກຳລັງເວົ້າໃນສິ່ງທີ່ຜູ້ຄົນໂດຍປົກກະຕິເວົ້າ"(ເບິ່ງ: rc://*/ta/man/translate/figs-explicit)

ພຣະເຈົ້າຈະຊົງພິພາກສາໂລກໄດ້ຢ່າງໃດ.

ໂປໂລໃຊ້ຄຳຖາມນີ້ເພື່ອສະແດງວ່າຂໍ້ໂຕ້ແຍ້ງທີ່ມີຂ່າວປະເສີດຂອງຄຣິຕຽນເປັນເລື່ອງບໍ່ມີເຫດຜົດ ເນື່ອງຈາກຄົນຢິວທັງ ຫມົດເຊື່ອວ່າພຣະເຈົ້າຊົງສາມາດແລະຈະຊົງຕັດສິນມະນຸດທຸກຄົນທຸກຄົນ.ແປໄດ້ອີກຢ່າງຫນຶ່ງວ່າ:ແລະໃນຄວາມເປັນຈິງແລ້ວເຮົາທຸກຄົນຮູ້ວ່າພຣະເຈົ້າຈະຊົງພິພາກສາໂລກ!"(ເບິ່ງ: rc://*/ta/man/translate/figs-rquestion)

ເພາະຖ້າເປັນເຊັ່ນນັ້ນແລ້ວ ພຣະເຈົ້າຈະຊົງພິພາກສາ ໂລກໄດ້ຢ່າງໃດ.

ໂປໂລໃຊ້ຄຳຖາມນີ້ເພື່ອສະແດງວ່າຂໍ້ໂຕ້ແຍ້ງທີ່ມີຕໍ່ຂ່າວປະເສີດນັ້ນບໍ່ຖືກຕ້ອງ.ເນື່ອງຈາກຄົນຢິວເຊື່ອວ່າ ພຣະເຈົ້າຈະຕັດສິນມະນຸດທຸກຄົນ,ແປໄດ້ອີກຢ່າງວ່າ:"ໃນຄວາມເປັນຈິງແລ້ວເຮົາທຸກຄົນຮູ້ວ່າພຣະເຈົ້າຈະຊົງພິພາກສາໂລກ"(ເບິ່ງ: rc://*/ta/man/translate/figs-rquestion)

ໂລກ.

ຄຳວ່າ "ໂລກ" ເປັນຄຳທີ່ໃຊ້ແທນມະນຸດທີ່ອາໄສຢູ່ໃນໂລກ,ແປໄດ້ອີກຢ່າງວ່າ:"ທຸກຄົນໃນໂລກ"(ເບິ່ງ: rc://*/ta/man/translate/figs-metonymy)