lo_tn/rom/03/03.md

3.9 KiB

ເຖິງມີພວກຢິວບາງຄົນທີ່ບໍ່ມີຄວາມເຊື່ອ ຄວາມບໍ່ເຊື່ອຂອງເຂົານັ້ນຈະທຳໃຫ້ຄວາມສັດຊື່ຂອງພຣະເຈົ້າໄຮ້ປະໂຫຍດຫຼື.

ໂປໂລໃຊ້ຄຳຖາມເຫລົ່ານີ້ເພື່ອທຳໃຫ້ຄົນຄິດ,ແປໄດ້ອີກຢ່າງວ່າ:"ຄົນຢິວບາງຄົນບໍ່ໄດ້ສັດຊື່ກັບພຣະເຈົ້າ ເຮົາຄວນຈະສະຫລຸບຈາກສິ່ງນີ້ບໍວ່າພຣະເຈົ້າບໍ່ຊົງກະເຮັດພຣະສັນຍາຂອງພຣະອົງໃຫ້ສຳເລັດ".(ເບິ່ງ: rc://*/ta/man/translate/figs-rquestion)

ຂໍຢ່າໃຫ້ເປັນຢ່າງນັ້ນເລີຍ.

ສຳນວນນີ້ໄດ້ປະຕິເສດຢ່າງສິ້ນເຊີງເຖິງການທີ່ສິ່ງນີ້ຈະເກີດຂຶ້ນ,ທ່ານອາດຈະມີສຳນວນໃນພາສາຂອງທ່ານທີ່ທ່ານອາດຈະໃຊ້ໄດ້ໃນຈຸດນີ້"ນັ້ນເປັນໄປບໍ່ໄດ້!" ຫລື "ບໍ່ເປັນດັ່ງນັ້ນແນ່ນອນ".

ແຕ່

"ເຮົາຄວນຈະເວົ້າຢ່າງນີ້ແທນ"

ໃຫ້ພຣະເຈົ້າຊົງສັດຈິງເຖີ້ນ.

ພຣະເຈົ້າຊົງສັດຈິງແລະຊົງຮັກສາພຣະສັນຍາຂອງພຣະອົງ.ແປໄດ້ອີກຢ່າງວ່າ:"ພຣະເຈົ້າຊົງກະທຳໃນສິ່ງທີ່ພຣະອົງຊົງສັນຍາ".(ເບິ່ງ: rc://*/ta/man/translate/figs-explicit)

ເຖິງແມ່ນມະນຸດທຸກຄົນຈະເວົ້າຕົວະ.

ໂປໂລໄດ້ເວົ້າເກີນຈິງໃນຈຸດນີ້ເພື່ອເພີ້ມການເນັ້ນຢ້ຳວ່າ ພຣະເຈົ້າຊົງສັດຈິງຕໍ່ພຣະສັນຍາຂອງພຣະອົງສະເໝີ ແປໄດ້ອີກຢ່າງວ່າ:"ເຖິງວ່າມະນຸດທຸກຄົນຈະຂີ້ຕົວະ"(ເບິ່ງ: rc://*/ta/man/translate/figs-hyperbole)

ຕາມທີ່ມີຂຽນໄວ້ວ່າ

ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້, ແປໄດ້ອີກຢ່າງວ່າ:"ຂໍ້ພຣະຄຳພີເອງກໍສອດຄ່ອງກັບສິ່ງທີ່ຂ້າພຣະເຈົ້າກ່າວ".(ເບິ່ງ: rc://*/ta/man/translate/figs-activepassive)

ເພື່ອພຣະອົງຈະໄດ້ປາກົດວ່າ ຊົງເປັນຜູ້ຊອບທຳໃນພຣະດຳລັດທັງຫລາຍຂອງພຣະອົງ,ແລະຊົງມີໄຊເມື່ອເຂົາວິນິສັຍພຣະອົງ"

ຄຳເວົ້າທັງສອງນີ້ມີຄວາມຫມາຍໃກ້ຄຽງກັນ,ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້,ແປໄດ້ອີກຢ່າງວ່າ"ທຸກຄົນຕ້ອງຍອມຮັບວ່າສິ່ງທີ່ພຣະອົງຕັດເປັນຄວາມຈິງແລະພຣະອົງຊົງຊະນະຄະດີຄືກັບເມື່ອມີຄົນກ່າວຫາພຣະອົງ"(ເບິ່ງ: [[rc:///ta/man/translate/figs-parallelism]] and [[rc:///ta/man/translate/figs-activepassive]])