lo_tn/rom/02/21.md

3.1 KiB

ດັ່ງນັ້ນ ທ່ານຜູ້ເປັນຜູ້ສອນຄົນອື່ນຈະບໍ່ສອນຕົວເອງບໍ?

ໂປໂລໃຊ້ຮູບຄຳຖາມເພື່ອຕຳນິຜູ້ຟັງຂອງເຂົາ,ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບປະຕິເສດທີ່ໜັກແຫນ້ນໄດ້,ແປໄດ້ອີກຢ່າງວ່າ: "ທ່ານບໍ່ໄດ້ສອນຕົວເອງເລີຍໃນຂະນະທີ່ທ່ານສອນຄົນອື່ນ" (ເບິ່ງ: rc://*/ta/man/translate/figs-rquestion)

ທ່ານຜູ້ທີ່ເທດສະຫນາວ່າ ບໍ່ຄວນຂີ້ລັກ ຕົວທ່ານເອງລັກຫຼືບໍ່.

ໂປໂລໃຊ້ຮູບຄຳຖາມເພື່ອຕຳນິຜູ້ຟັງຂອງເຂົາ,ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບຄຳກ່າວທີ່ຫນັກແຫນ້ນໄດ້,ແປໄດ້ອີກຢ່າງວ່າ:"ທ່ານບອກຄົນອື່ນບໍ່ໃຫ້ຂີ້ລັກ ແຕ່ທ່ານຂີ້ລັກ !"(ເບິ່ງ rc://*/ta/man/translate/figs-rquestion)

ທ່ານຜູ້ທີ່ສອນຄົນວ່າບໍ່ຄວນລ່ວງປະເວນີ ຕົວທ່ານເອງລ່ວງປະເວນີ້ຫລືບໍ່.

ໂປໂລໃຊ້ຮູບແບບຄຳຖາມເພື່ອຕຳນິຜູ້ຟັງຂອງເຂົາ,ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບຄຳກ່າວທີ່ຫນັກແຫນ້ນໄດ້,ແປໄດ້ອີກຢ່າງວ່າ: "ທ່ານບອກຄົນອື່ນບໍ່ໃຫ້ລ່ວງປະເວນີ ແຕ່ທ່ານລ່ວງປະເວນີ!" (ເບິ່ງ: rc://*/ta/man/translate/figs-rquestion)

ທ່ານຜູ້ລັງກຽດຮູບເຄົາລົບ ຕົວທ່ານເອງປຸ້ນພຣະວິຫານຫຼືບໍ່.

ໂປໂລໃຊ້ຮູບຄຳຖາມເພື່ອຕຳນິຜູ້ຟັງຂອງເຂົາ,ທ່ານອາດຈະແປຂໍ້ຄວາມນີ້ໃນຮູບຄຳກ່າວທີ່ໜັກແຫນ້ນໄດ້,ແປໄດ້ອີກຢ່າງວ່າ: "ທ່ານບອກວ່າທ່ານ ກຽດຊັງຮູບເຄົາລົບແຕ່ທ່ານປຸ້ນພຣະວິຫານ" (ເບິ່ງ: rc://*/ta/man/translate/figs-rquestion)

ປຸ້ນວິຫານ

ຄວາມຫມາຍທີ່ເປັນໄປໄດ້ຄື1)"ລັກສິ່ງຂອງຈາກວິຫານ ໃນທ້ອງຖິ່ນເພື່ອຂາຍແລະທຳກຳໄລ" 2)"ບໍ່ໄດ້ສົ່ງເງິນທັງຫມົດທີ່ຕ້ອງຖວາຍໃຫ້ແກ່ພຣະເຈົ້າໄປຍັງວິຫານໃນເຢຣູຊາເລັມ".