lo_tn/rom/02/17.md

5.3 KiB

ຂໍ້ມູນເຊື່ອມຕໍ່:

ບ່ອນນີ້ເລີ້ມຕົ້ນຂໍ້ຄິດເຫັນຂອງໂປໂລວ່າພະບັນຍັດທີ່ຄົນຢິວມີນັ້ນແມ້ຈິງແລ້ວກ່າວໂທດພວກເຂົາເພາະພວກເຂົາບໍ່ເຊື່ອຟັງພະບັນຍັດນັ້ນ.

ຖ້າທ່ານຮຽກຕົວເອງວ່າຢິວ.

ບ່ອນນີ້ໂປໂລເວົ້າດັ່ງກັບວ່າເຂົາກຳລັງເວົ້າກັບຄົນພຽງຄົນດຽວ.ສິ່ງທີ່ເປັນຈິງສຳລັບຄົນດຽວກໍເປັນຈິງສຳລັບຄົນທັງ ຫມົດເຊັ່ນກັນ "ຕອນນີ້ທ່ານຄິດວ່າຕົນເອງເປັນສ່ວນໜຶ່ງຂອງຄົນຢິວ".

ເພິ່ງກົດບັນຍັດ ແລະຊື່ນຊົມຍິນດີດ້ວຍຄວາມພາກພູມໃຈໃນພຣະເຈົ້າ.

ຄຳເວົ້າ "ເພິ່ງພາພະບັນຍັດ" ເປັນສຳນວນໂປໂລເວົ້າເຖິງການເພິ່ງພາພະບັນຍັດດັ່ງກັບວ່າຄົນຫນຶ່ງສາມາດທີ່ຈະເພິ່ງພາພະບັນຍັດໃຫ້ຄ້ຳຈູນຕົນເອງໄດ້ ແປໄດ້ອີກຢ່າງວ່າ"ແລະທ່ານເພິ່ງພາພະບັນຍັດຂອງໂມເຊແລະຊົມຊື່ນຍິນດີດ້ວຍຄວາມພາກພູມໃຈອັນເນື່ອງມາຈາກພຣະເຈົ້າ" (ເບິ່ງ: rc://*/ta/man/translate/figs-idiom)

ຮູ້ຈັກພຣະປະສົງຂອງພຣະອົງ.

"ແລະທ່ານຮູ້ພຣະປະສົງຂອງພຣະເຈົ້າ"

ເພາະວ່າທ່ານໄດ້ຮຽນຮູ້ໃນພະບັນຍັດແລ້ວ

"ເພາະວ່າທ່ານໄດ້ຮຽນຮູ້ເຖິງສິ່ງທີ່ພະບັນຍັດຂອງໂມເຊໄດ້ສັ່ງສອນແລ້ວ"

ແລະຖ້າທ່ານຫມັ້ນໃຈວ່າ...ແລະຄວາມຈິງ.

ຖ້າພາສາຂອງທ່ານມີວິທີທີ່ຈະສະແດງວ່າ 2:19-20 ເຂົ້າມາແຊກຂໍ້ຄິດເຫັນຫລັກຂອງໂປໂລໃນ 2:17 and 2:21,ໃຫ້ໃຊ້ໃນບ່ອນນີ້ ທ່ານອາດຈະຕ້ອງວາງ2:19-20 ໄວ້ກ່ອນ2:17.

ວ່າຕົວທ່ານເອງເປັນຜູ້ຈູງຄົນຕາບອດ,ເປັນຄວາມສະຫວ່າງໃຫ້ແກ່ຄົນທັງຫລາຍທີ່ຢູ່ໃນຄວາມມືດ.

ບ່ອນນີ້ "ຜູ້ຈູງຄົນຕາບອດ" ແລະ "ຄວາມສະຫວ່າງ"ເປັນຄຳອຸປະມາທີ່ສະແດງເຖິງວິທີການຊ່ວຍຄົນທີ່ມອງບໍ່ເຫັນ,ຄຳເວົ້າທັງສອງນີ້ມີຄວາມຫມາຍໃກ້ຄຽງກັນ ໂປໂລໄດ້ປຽບທຽບຄົນຢິວທີ່ສອນຄົນອື່ນກ່ຽວກັບທັມະບັນຍັດກັບການທີ່ຊ່ວຍເຫລືອຄົນອື່ນທີ່ເບິ່ງບໍ່ເຫັນໂດຍການໃຊ້ຄຳເວົ້າທັງສອງນີ້.ແປໄດ້ອີກຢ່າງວ່າ: "ວ່າຕົວທ່ານເອງປຽບເໝືອນຜູ້ຈູງຄົນຕາບອດ ແລທ່ານປຽບເຫມືອນຄວາມສະຫວ່າງແກ່ບາງຄົນທີ່ຫຼົງໃນຄວາມມືດ" (ເບິ່ງ: [[rc:///ta/man/translate/figs-parallelism]] and [[rc:///ta/man/translate/figs-metaphor]])

ຜູ້ສັ່ງສອນຄົນໂງ່ຈ້າ.

"ທ່ານສັ່ງສອນຄົນເຫລົ່ານັ້ນທີ່ກະທຳຜິດ"

ຄຣູສອນເດັກ

ບ່ອນນີ້ໂປໂລປຽບທຽບຄົນເຫລົ່ານັ້ນທີ່ບໍ່ຮູ້ຫຍັງເລີຍກ່ຽວກັບພະບັນຍັດກັບເດັກນ້ອຍ,ແປໄດ້ອີກຢ່າງວ່າ:"ແລະທ່ານສອນຄົນເຫລົ່ານັ້ນທີ່ບໍ່ຮູ້ຈັກພະບັນຍັດ". (ເບິ່ງ: rc://*/ta/man/translate/figs-metaphor)

ວ່າທານມີແບບຢ່າງຂອງຄວາມຮູ້ແລະຄວາມຈິງໃນທັມບັນຍັດນັ້ນ.

ຄວາມຮູ້ແຫ່ງຄວາມຈິງທີ່ມີຢູ່ໃນພະບັນຍັດມາຈາກພຣະເຈົ້າ.ແປອີກຢ່າງວ່າ"ເພາະທ່ານຫມັ້ນໃຈວ່າທ່ານເຂົ້າໃຈຄວາມຈິງທີ່ພຣະເຈົ້າປະທານໃນພະບັນຍັດ" (ເບິ່ງ: rc://*/ta/man/translate/figs-explicit)