lo_tn/rom/02/15.md

2.4 KiB

ໂດຍສິ່ງນີ້ເອງ ພວກເຂົາສະແດງໃຫ້ເຫັນວ່າ.

"ໂດຍການເຊື່ອຟັງພະບັນຍັດ ຕາມທັມະຊາດພວກເຂົາສະແດງໃຫ້ເຫັນວ່າ".

ຫລັກຄວາມປະພຶດທີ່ກຳນົດໄວ້ໃນທັມຍັດນັ້ນ ມີຈາລືກຢູ່ໃນຫົວໃຈຂອງພວກເຂົາ.

ທ່ານອາດຈະແປຂໍ້ຄວາມນີ້ໃນຮູບທີ່ປະທານເປັນຜູ້ກະທຳໄດ້,ແປໄດ້ອີກຢ່າງວ່າ:"ພຣະເຈົ້າໄດ້ຊົງຈາລືກໄວ້ໃນຫົວໃຈຂອງພວກເຂົາກ່ຽວກັບສິ່ງທີ່ພະບັນຍັດກຳນົດໃຫ້ພວກເຂົາກະທຳ "ຫຼື "ພຣະເຈົ້າໄດ້ຊົງສຳແດງໃຫ້ພວກເຂົາເຫັນເຖິງສິ່ງທີ່ພະບັນຍັດກຳນົດ" (ເບິ່ງ: rc://*/ta/man/translate/figs-activepassive)

ເປັນພະຍານໃຫ້ແກ່ພວກເຂົາດ້ວຍແລະຄວາມຄິດຂອງພວກເຂົາເອງນັ້ນແຫລະຈະກ່າວໂທດຕົວເອງຫຼືແກ້ຕົວໃຫ້ແກ່ພວກເຂົາ.

ບ່ອນນີ້ຄຳວ່າ"ເປັນພະຍານ" ຫມາຍເຖິງຄວາມຮູ້ທີ່ພວກເຂົາໄດ້ຮັບຈາກພະບັນຍັດທີ່ພຣະເຈົ້າໄດ້ຊົງຈາລືກໄວ້ໃນຫົວໃຈຂອງພວກເຂົາ,ແປໄດ້ອີກຢ່າງຫນຶ່ງວ່າ: "ບອກເຂົາວ່າພວກເຂົາກຳລັງບໍ່ເຊື່ອຟັງຫຼືເຊື່ອຟັງພະບັນຍັດຂອງພຣະເຈົ້າຢູ່". (ເບິ່ງ: rc://*/ta/man/translate/figs-idiom)

ໃນວັນທີ່ພຣະເຈົ້າຈະຊົງພິພາກສາ.

ຂໍ້ຄວາມນີ້ເປັນຄຳລົງທ້າຍຄວາມຄິດເຫັນຂອງໂປໂລຈາກ2:13. "ສິ່ງນີ້ຈະເກີດຂຶ້ນເມື່ອພຣະເຈົ້າຊົງພິພາກສາ".