lo_tn/rom/02/13.md

3.4 KiB

ຂໍ້ມູນເເຊື່ອມຕໍ່

ໂປໂລບອກຜູ້ອ່ານຕໍ່ໄປວ່າ ຈຳເປັນຕ້ອງມີການເຊື່ອຟັງພະບັນຍັດຂອງພຣະເຈົ້າທຸກປະການ,ເຖິງວ່າຄົນເຫລົ່ານັ້ນທີ່ບໍ່ເຄີຍມີພະບັນຍັດຂອງພຣະເຈົ້າເລີຍ.

ເພາະວ່າ.

ຂໍ້14ແລະຂໍ້15ເປັນການເວົ້າແຊກຂໍ້ຄິດເຫັນຫລັກຂອງໂປໂລເພື່ອໃຫ້ຂໍ້ມູນເພີ້ມເຕີມແກ່ຜູ້ອ່ານ,ຖ້າທ່ານມີວິທີທີ່ຈະສະແດງເຖິງຈຸດທີ່ເວົ້າແຊກຢ່າງບ່ອນນີ້ໃນພາສາຂອງທ່ານ ທ່ານກໍສາມາດໃຊ້ໄດ້ບ່ອນນີ້.

ເພາະວ່າ ຄົນທີ່ພຽງແຕ່ຟັງພະບັນຍັດເທົ່ານັ້ນບໍ່ແມ່ນ.

ບ່ອນນີ້"ພະບັນຍັດ" ຫມາຍເຖິງພະບັນຍັດຂອງຂອງໂມເຊ ແປໄດ້ອີກຢ່າງວ່າ:ບໍ່ແມ່ນຄົນເຫຼົ່ານັ້ນທີ່ໄດ້ຟັງພະບັນຍັດຂອງໂມເຊເທົ່ານັ້ນ"(ເບິ່ງ: rc://*/ta/man/translate/figs-explicit)

ຜູ້ຊອບທຳສະເພາະພຣະພັກພຣະເຈົ້າ

"ຜູ້ທີ່ພຣະເຈົ້າຖືວ່າຊອບທຳ"

ແຕ່ຄົນທີ່ປະພຶດຕາມພະບັນຍັດ.

"ແຕ່ຄົນທີ່ເຊື່ອຟັງພະບັນຍັດຂອງໂມເຊ"

ທີ່ພຣະເຈົ້າຊົງຖືວ່າເປັນຜູ້ຊອບທຳ.

ທ່ານສາມາດແປຂໍ້ຄວາມນີ້ໃນຮູບທີ່ປະທານເປັນຜູ້ກະທຳໄດ້,ແປອີກຢ່າງວ່າ:"ຜູ້ທີ່ພຣະເຈົ້າຈະຊົງຍອມຮັບ"(ເບິ່ງ: rc://*/ta/man/translate/figs-activepassive)

ຊົນຕ່າງຊາດຊຶ່ງບໍ່ມີທັມະບັນຍັດ...ກໍເປັນທັມບັນຍັດໃຫ້ຕົນເອງ.

ຄຳເວົ້າ "ເປັນທັມບັນຍັດໃຫ້ຕົນເອງ" ເປັນສຳນວນທີ່ຫມາຍຄວາມວ່າຄົນເຫລົ່ານີ້ເຊື່ອຟັງທັມບັນຍັດຂອງພຣະເຈົ້າ ໂດຍທຳມະຊາດ.ແປໄດ້ອີກຢ່າງວ່າ: "ມີທັະບັນຍັດຂອງພຣະເຈົ້າຢູ່ພາຍໃນຕົວເອງແລ້ວ" (ເບິ່ງ: rc://*/ta/man/translate/figs-idiom)

ພວກເຂົາຈະບໍ່ມີພະບັນຍັດ.

ບ່ອນນີ້ "ພະບັນຍັດ" ຫມາຍເຖິງພະບັນຍັດຂອງໂມເຊ,ແປໄດ້ອີກຢ່າງວ່າ:"ທີ່ຈິງແລ້ວພວກເຂົາບໍ່ມີພະບັນຍັດທີ່ພຣະເຈົ້າປະທານໃຫ້ແກ່ໂມເຊ" (ເບິ່ງ: rc://*/ta/man/translate/figs-explicit)