lo_tn/rom/02/10.md

3.3 KiB

ແຕ່ຄຳສັນຣະເສີນ, ກຽດຕິຍົດ, ແລະສັນຕິສຸກ ຈະເກີດ:

ແຕ່ພຣະເຈົ້າຈະຊົງໂຜດປະທານຄຳສັນລະເສີນ,ກຽດຕິຍົດແລະສັນຕິສຸກ".

ປະພຶດດີ.

"ທຳສິ່ງທີ່ດີຢ່າງຕໍ່ເນື່ອງ"

ແກ່ພວກຢິວກ່ອນແລະພວກກຣີກດ້ວຍ.

"ພຣະເຈົ້າຊົງປຣະທານບຳເຫນັດແກ່ຄົນຢິວກ່ອນແລ້ວຕາມດ້ວຍຄົນເຫລົ່ານັ້ນທີ່ບໍ່ແມ່ນຄົນຢິວ".

ກ່ອນ.

ທ່ານຄວນຈະແປຄຳນີ້ໃນແບບດຽວກັນກັບທີ່ທ່ານແປໃນ 2:8.

ເພາະວ່າພຣະເຈົ້າບໍ່ໄດ້ຊົງເຫັນແກ່ໜ້າຜູ້ໃດເລີຍ.

ທ່ານສາມາດແປຂໍ້ຄວາມນີ້ໄດ້ໃນຮູບແບບບອກເລົ່າ,ແປໄດ້ອີກຢ່າງວ່າ:"ເພາະພຣະເຈົ້າຊົງປະຕິບັດຕໍ່ທຸກຄົນເທົ່າທຽມກັນ"(ເບິ່ງ: rc://*/ta/man/translate/figs-litotes)

ເພາະວ່າຄົນທັງຫລາຍທີ່ໄດ້ເຮັດບາບ.

"ເພາະວ່າຄົນເຫລົ່ານັ້ນທີ່ໄດ້ເຮັດບາບ"

ໂດຍປາດສະຈາກພະບັນຍັດກໍຈະພິນາດໂດຍປາດສະຈາກພະບັນຍັດ

ໂປໂລເວົ້າຊ້ຳຄຳວ່າ"ໂດຍປາດສະຈາກພະບັນຍັດ"ເພື່ອເນັ້ນຢ້ຳວ່າບໍ່ສຳຄັນວ່າຜູ້ຄົນຈະຮູ້ ພະບັນຍັດຂອງໂມເຊຫຼືບໍ່,ຖ້າພວກເຂົາເຮັດບາບ,ພຣະເຈົ້າກໍຈະຊົງພິພາກສາພວກເຂົາ,ແປໄດ້ອີກຢ່າງວ່າ:"ໂດຍບໍ່ຮູ້ ພະບັນຍັດຂອງໂມເຊ ກໍຈະຍັງຄົງຕ້ອງຕາຍຝ່າຍວິນຍານຢູ່"(ເບິ່ງ: rc://*/ta/man/translate/figs-explicit)

ແລະຄົນທັງຫລາຍທີ່ໄດ້ທຳບາບ.

"ແລະຄົນທັງຫມົດທີ່ໄດ້ທຳບາບ"

ໂດຍມີພະບັນຍັດກໍຈະຖືກພິພາກສາຕາມພະບັນຍັດ.

ພຣະເຈົ້າຈະຊົງພິພາກສາຄົນຊົ່ວຮ້າຍຕາມພະບັນຍັດຂອງພຣະອົງ,ທ່ານສາມາດແປຂໍ້ຄວາມນີ້ໃນຮູບທີ່ປະທານເປັນຜູ້ກະທຳໄດ້.ແປອີກຢ່າງວ່າ:"ແລະຄົນທີ່ບໍ່ຮູ້ພະບັນຍັດຂອງໂມເຊ,ພຣະເຈົ້າຈະຊົງພິພາກສາພວກເຂົາຕາມພະບັນຍັດນັ້ນ"(ເບິ່ງ: [[rc:///ta/man/translate/figs-explicit]] and [[rc:///ta/man/translate/figs-activepassive]])