lo_tn/rom/02/08.md

3.7 KiB

ຂໍ້ມູນເຊື່ອມຕໍ່.

ເຖິງວ່າຕອນນີ້ໂປໂລກຳລັງເວົ້າກັບຄົນຊົ່ວຮ້າຍທີ່ບໍ່ມີສາສະຫນາ,ເຂົາກໍສະຫລຸບໂດຍການກ່າວວ່າ ທັງຄົນຕ່າງຊາດແລະຄົນຢິວລ້ວນແຕ່ຊົ່ວຮ້າຍຕໍ່ພຣະພັກຂອງພຣະເຈົ້າ.

ສະແຫວງຫາຄວາມສຸກສ່ວນຕົວ.

ສະແຫວງຫາ-"ເຫັນແກ່ຕົວ"ຫຼື"ສົນໃຈພຽງແຕ່ສິ່ງທີ່ທຳໃຫ້ພວກເຂົາມີຄວາມສຸກ".

ບໍ່ເຊື່ອຟັງຄວາມຈິງແຕ່ເຊື່ອຟັງຄວາມອະທຳ.

ຄຳເວົ້າທັງສອງນີ້ໂດຍພື້ນຖານແລ້ວຫມາຍເຖິງສິ່ງດຽວກັນ,ຄຳເວົ້າທີສອງເນັ້ນເຖິງຄຳເວົ້າທຳອິດ.(ເບິ່ງ: rc://*/ta/man/translate/figs-parallelism)

ຄວາມທຸກທໍລະມານແລະຄວາມຍາກລຳບາກ

ໂດຍພື້ນຖານແລ້ວຄຳວ່າ"ທຸກທໍລະມານ"ແລະ"ຄວາມຍາກລຳບາກ"ບ່ອນນີ້ມີຄວາມໝາຍຢ່າງດຽວກັນແລະເນັ້ນຢ້ຳເຖິງຄວາມຮຸນແຮງຂອງການລົງໂທດຈາກພຣະເຈົ້າ,ແປໄດ້ອີກຢ່າງວ່າ"ການລົງໂທດອັນຮ້າຍແຮງຈະເກີດຂຶ້ນກັບ"(ເບິ່ງ: rc://*/ta/man/translate/figs-doublet)

ພຣະພິໂຣດ

ບ່ອນນີ້ຄຳວ່າ"ພຣະພິໂຣດ"ເປັນການທີ່ໃຊ້ແທນການລົງໂທດອັນຮຸນແຮງຂອງພຣະເຈົ້າທີ່ມີຕໍ່ຄົນຊົ່ວຮ້າຍ".(ເບິ່ງ: rc://*/ta/man/translate/figs-doublet)

ພຣະອົງຈະຊົງພຣະພິໂລດແລະລົງພຣະອາຊະຍາ.

ໂດຍພື້ນຖານແລ້ວຄຳວ່າ"ພຣະພິໂຣດ"ແລະ"ພຣະອາຊະຍາ"ມີຄວາມໝາຍຢ່າງດຽວກັນແລະເນັ້ນຢ້ຳຄວາມໂກດຮ້າຍຂອງພຣະເຈົ້າ,ແປໄດ້ອີກຢ່າງວ່າ:"ພຣະເຈົ້າຈະຊົງສຳແດງພຣະພິໂຣດອັນຮຸນແຮງຂອງພຣະອົງ"(ເບິ່ງ: rc://*/ta/man/translate/figs-doublet)

ແກ່ທຸກຄົນ

ບ່ອນນີ້ໂປໂລໃຊ້ຄຳວ່າ"ຈິດວິນຍານ"ເປັນຄຳປຽບທຽບທີ່ໝາຍເຖິງຕົວຄົນໆຫນຶ່ງ,ແປໄດ້ອີກຢ່າງວ່າ"ມາຍັງທຸກຄົນ"(ເບິ່ງ: rc://*/ta/man/translate/figs-synecdoche)

ທີ່ປະພຶດຊົ່ວ.

"ທີ່ທຳສິ່ງຊົ່ວຮ້າຍຢູ່ຢ່າງຕໍ່ເນື່ອງ"

ແກ່ພວກຢິວກ່ອນແລະພວກກຣີກດ້ວຍ.

"ພຣະເຈົ້າຈະຊົງພິພາກສາຄົນຢິວກ່ອນແລ້ວຈິ່ງຕາມດ້ວຍຄົນທີ່ບໍ່ແມ່ນຢິວ".

ກ່ອນ.

ຄວາມຫມາຍທີ່ເປັນໄປໄດ້ຄື 1.)"ອັນດັບແລກຕາມລຳດັບເວລາ ຫຼື 2.)"ແນ່ນອນທີ່ສຸດ"