lo_tn/rom/02/05.md

4.3 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລເຕືອນຜູ້ຄົນຕໍ່ໄປວ່າ,ທຸກຄົນລ້ວນຊົ່ວຮ້າຍ:

ແຕ່ທ່ານຍິ່ງໃຈແຂງກະດ້າງບໍ່ຍອມກັບໃຈເທົ່າໃດ.

ໂປໂລປຽບທຽບຄົນທີ່ປະຕິເສດທີ່ຈະຟັງແລະເຊື່ອຟັງພຣະເຈົ້າ.ກັບບາງສິ່ງທີ່ແຂງ ເຊັ່ນກ້ອນຫີນເຊິ່ງເປັບຄຳອຸປະມາແບບເປັນນັຍຍະ,ເຂົາຍັງໃຊ້ຄຳປຽບທຽບ"ຫົວໃຈ"ເພື່ອສະແດງເຖິງຕົວຄົນ,ແປໄດ້ອີກຢ່າງວ່າ: "ນັ້ນເປັນເພາະທ່ານປະຕິເສດທີ່ຈະຟັງແລະກັບໃຈໃຫມ່" (ເບິ່ງ: [[rc:///ta/man/translate/figs-metaphor]] and [[rc:///ta/man/translate/figs-metonymy]])

ໃຈແຂງກະດ້າງບໍ່ຍອມກັບໃຈ.

ນີ້ເປັນຄຳຄວບທີ່ທ່ານສາມາດລວມເຂົ້າດ້ວຍກັນໄດ້ວ່າ "ໃຈທີ່ບໍ່ຍອມກັບໃຈໃຫມ່"(ເບິ່ງ: rc://*/ta/man/translate/figs-doublet)

ທ່ານກໍໄດ້ສະສົມພຣະພິໂຣດໃຫ້ແກ່ຕົວເອງເທົ່ານັ້ນ.

ຄຳເວົ້າ"ສະສົມ"ສະແດງເຖິງຄຳອຸປະມາທີ່ມັກຈະໝາຍເຖິງຄົນທີ່ລວບລວມຊັບສົມບັດຂອງຕົນແລະເອົາໄປໄວ້ໃນທີ່ປອດພັຍ.ໂປໂລກ່າວວ່າຄົນນັ້ນກຳລັງຮວບຮວມການລົງໂທດຂອງພຣະເຈົ້າແທນທີ່ຈະເປັນຊັບສົມບັດ.ຍິ່ງພວກເຂົາດຳເນີນຕໍ່ໄປໂດຍບໍ່ກັບໃຈໃຫມ່ເທົ່າໃດ,ການລົງໂທດກໍຍິ່ງຮຸນແຮງຂຶ້ນໄປເທົ່ານັ້ນ,ແປໄດ້ອີກຢ່າງວ່າ: "ທ່ານກຳລັງເຮັດໃຫ້ການລົງໂທດຂອງທ່ານຮຸນແຮງຂຶ້ນ"(ເບິ່ງ: rc://*/ta/man/translate/figs-metaphor)

ໃນວັນແຫ່ງພຣະພິໂລດ...ວັນທີ່ພຣະອົງຈະຊົງສຳແດງການພິພາກສາລົງໂທດອັນທ່ຽງທຳໃຫ້ເປັນສິ່ງທີ່ປະຈັກແກ່ຕາ.

ຂໍ້ຄວາມນີ້ຫມາຍເຖິງວັນດຽວກັນ, ແປໄດ້ອີກຢ່າງວ່າ: "ເມື່ອພຣະເຈົ້າຊົງສຳແດງໃຫ້ທຸກຄົນເຫັນວ່າພຣະອົງຊົງພິພາກສາທຸກຄົນຢ່າງຍຸຕິທຳ".(ເບິ່ງ: rc://*/ta/man/translate/figs-doublet)

ປະທານແກ່.

"ປະທານລາງວັນແລະການລົງໂທດຢ່າງຍຸຕິທຳ".

ແກ່ທຸກຄົນຕາມຄວນແກ່ການກະທຳຂອງເຂົາ.

"ຕາມທີ່ແຕ່ລະຄົນໄດ້ທຳ"

ສະແຫວງຫາ.

ຄຳນີ້ຫມາຍຄວາມວ່າພວກເຂົາປະພຶດໃນແບບທີ່ຈະນຳໄປສູ່ການຕັດສິນໃນດ້ານບວກຈາກພຣະເຈົ້າໃນວັນແຫ່ງການພິພາກສາ.

ຄຳສັນຣະເສີນ, ກຽດຕິຍົດ, ແລະຄວາມເປັນອັມະຕະ.

ພວກເຂົາຕ້ອງການໃຫ້ພຣະເຈົ້າສັນລະະເສີນແລະໃຫ້ກຽດພວກເຂົາແລະພວກເຂົາຕ້ອງການທີ່ຈະບໍ່ຕາຍເລີຍ.

ຄວາມເປັນອັມະຕະ.

ຄຳນີ້ຫມາຍເຖິງການເນົ່າເປື່ອຍຝ່າຍຮ່າງກາຍ, ບໍ່ແມ່ນດ້ານສິລະທຳ.