lo_tn/rom/01/16.md

3.9 KiB

ຂ້າພຣະເຈົ້າບໍ່ລະອາຍໃນຂ່າວປະເສີດ

ທ່ານອາດຈະແປຂໍ້ຄວາມນີ້ໃນຮູບບອກເລົ່າ ແປໄດ້ອີກຢ່າງວ່າ: "ຂ້າພຣະເຈົ້າເຊື່ອວາງໃຈໃນຂ່າວປະເສີດຢ່າງສົມບູນ". (ເບິ່ງ: rc://*/ta/man/translate/figs-litotes)

ຂ່າວປະເສີດນັ້ນເປັນລິດທານຸພາບຂອງພຣະເຈົ້າ ເພື່ອໃຫ້ທຸກຄົນທີ່ເຊື່ອໄດ້ຮັບຄວາມລອດ.

ບ່ອນນີ້ "ເຊື່ອ" ຫມາຍຄວາມວ່າຄົນໜຶ່ງໄວ້ວາງໃຈໃນພຣະຄຣິດ ແປໄດ້ອີກຢ່າງວ່າ "ໂດຍຜ່ານທາງຂ່າວປະເສີດນັ້ນເອງທີ່ພຣະເຈົ້າໄດ້ຊົງຊ່ວຍຄົນເຫລົ່ານັ້ນທີ່ວາງໃຈໃນພຣະຄຣິດ ໃຫ້ລອດໂດຍລິດທານຸພາບຂອງພຣະອົງ". (ເບິ່ງ: rc://*/ta/man/translate/figs-explicit)

ພວກຢິວກ່ອນແລະພວກກຣີກດ້ວຍ.

"ສຳລັບຄົນຢິວແລະຄົນກຣີກດ້ວຍ"

ກ່ອນ

ບ່ອນນີ້ "ກ່ອນ" ຫມາຍເຖິງມາກ່ອນສິ່ງອື່ນໆຕາມລຳດັບເວລາ.

ເພາະວ່າຂ່າວປະເສີດນັ້ນ.

ບ່ອນ"ນີ້"ຫມາຍເຖິງຂ່າວປະເສີດ. ໂປໂລອະທິບາຍວ່າ ເປັນຫຍັງເຂົາຈຶ່ງເຊື່ອວາງໃຈໃນຂ່າວປະເສີດຢ່າງສົມບູນ.

ຄວາມຊອບທຳຂອງພຣະເຈົ້າກໍໄດ້ສຳແດງອອກມາ ໂດຍເລີ້ມຕົ້ນກໍຄວາມເຊື່ອ ສຸດທ້າຍກໍຄວາມເຊື່ອ.

ໂປໂລກ່າວຂໍ້ຄວາມຂ່າວປະເສີດເຫມືອນກັບວ່າເປັນວັດຖຸທີ່ພຣະເຈົ້າສາມາດສຳແດງໃຫ້ຜູ້ຄົນເຫັນທາງກາຍະພາບໄດ້ ທ່ານສາມາດແປຂໍ້ຄວາມນີ້ໃນຮູບທີ່ປະທານເປັນຜູ້ກະທຳໄດ້ ແປໄດ້ອີກຢ່າງວ່າ ພຣະເຈົ້າໄດ້ໄດ້ບອກກັບພວກເຮົາໂດຍຄວາມເຊື່ອ ຈາກເລີ້ມຕົ້ນຈົນເຖິງສິ້ນສຸດທີ່ຜູ້ຄົນໄດ້ກາຍເປັນຄົນຊອບທຳ.(ເບິ່ງ: rc://*/ta/man/translate/figs-activepassive)

ດັ່ງທີ່ມີຂຽນໄວ້ວ່າ.

ທ່ານອາດຈະແປຂໍ້ຄວາມນີ້ໃນຮູບທີ່ປະທານເປັນຜູ້ກະທຳ ແປໄດ້ອີກຢ່າງວ່າ ຢ່າງທີ່ບາງຄົນຂຽນໄວ້ໃນພຣະຄຳພີວ່າ.(ເບິ່ງ: rc://*/ta/man/translate/figs-activepassive)

ຄົນຊອບທຳຈະມີຊີວິດຢູ່ໂດຍຄວາມເຊື່ອ.

ບ່ອນນີ້ ຄົນຊອບທຳຫມາຍເຖິງຄົນເຫຼົ່ານັ້ນທີ່ເຊື່ອວາງໃຈໃນພຣະເຈົ້າ ແປໄດ້ອີກຢ່າງວ່າ ຄົນທີ່ເຊື່ອວາງໃຈໃນພຣະເຈົ້ານັ້ນພຣະອົງຈະຖືວ່າຊອບທຳສຳລັບພຣະອົງແລະພວກເຂົາຈະມີຊີວິດຢູ່ຕະຫຼອດໄປ.(ເບິ່ງ: rc://*/ta/man/translate/figs-explicit)