lo_tn/rom/01/13.md

2.9 KiB

ຂ້າພຣະເຈົ້າບໍ່ຢາກໃຫ້ທ່ານທີ່ຈະບໍ່ຮັບຮູ້ວ່າ

ໂປໂລກຳລັງເນັ້ນວ່າເຂົາຕ້ອງການຢາກໃຫ້ພວກເຂົາຮູ້ຂໍ້ມູນນີ້ ທ່ານອາດຈະແປຂໍ້ຄວາມທີ່ເປັນຮູບປະຕິເສດຊ້ອນກັນໃຫ້ເປັນຮູບບອກເລົ່າ ແປໄດ້ອີກຢ່າງວ່າ: "ຂ້າພຣະເຈົ້າຢາກໃຫ້ທ່ານຮູ້". (ເບິ່ງ: rc://*/ta/man/translate/figs-doublenegatives)

ພີ່ນ້ອງທັງຫຼາຍ

ບ່ອນນີ້ຄຳນີ້ຫມາຍຄວາມວ່າພີ່ນ້ອງຄຣິດສະຕຽນລວມໄປເຖິງທັງຜູ້ຊາຍແລະຜູ້ຍິງ.

ແຕ່ຈົນເຖິງບັດນີ້ກໍຍັງມີອຸປະສັກຢູ່.

ທ່ານອາດຈະແປໄດ້ອີກຢ່າງວ່າ: ບາງຢ່າງຂັດຂວາງຂ້າພຣະເຈົ້າຢູ່ສະເໝີ. (ເບິ່ງ: rc://*/ta/man/translate/figs-activepassive)

ເພື່ອຈະໄດ້ເກັບກ່ຽວຜົນທ່າມກາງພວກທ່ານ.

ຄຳວ່າ"ຜົນ"ເປັນຄຳອຸປະມາທີ່ສະແດງເຖິງ ຜູ້ຄົນໃນໂຣມທີ່ໂປໂລຕ້ອງການໃຫ້ເຊື່ອໃນຂ່າວປະເສີດ ແປໄດ້ອີກຢ່າງວ່າ:ເພື່ອທີ່ວ່າຄົນຈຳນວນຫຼາຍຂຶ້ນທີ່ຢູ່ທ່າມກາງພວກທ່ານຈະໄດ້ເຊື່ອໃນພຣະເຢຊູ.(ເບິ່ງ: rc://*/ta/man/translate/figs-metaphor)

ເຊັ່ນດຽວກັບຄົນຕ່າງຊາດ

ບ່ອນນີ້ໂປໂລໃຊ້ຄຳເກີນຈິງເພື່ອເພີ້ມການເນັ້ນ ແປໄດ້ອີກຢ່າງວ່າ: "ຢ່າງທີ່ຜູ້ຄົນໄດ້ມາເຊື່ອໃນຂ່າວປະເສີດໃນຊົນຊາດອື່ນໆຫຼາຍຊົນຊາດ". (ເບິ່ງ: rc://*/ta/man/translate/figs-hyperbole)

ຂ້າພຣະເຈົ້າເປັນຫນີ້ທັງສອງ

ໂດຍການໃຊ້ຄຳອຸປະມາ ເປັນຫນີ້ ໂປໂລເວົ້າເຖິງຫນ້າທີ່ຂອງເຂົາໃນການຮັບໃຊ້ພຣະເຈົ້າເຫມືອນກັບວ່າເຂົາຕິດຫນີ້ພຣະເຈົ້າໃນທາງການເງິນ ແປໄດ້ອີກຢ່າງວ່າ: ຂ້າພຣະເຈົ້າຕ້ອງນຳຂ່າວປະເສີດໄປນຳ. (ເບິ່ງ: rc://*/ta/man/translate/figs-metaphor)