lo_tn/rom/01/11.md

2.1 KiB

ຄຳອະທິບາຍເພີ້ມເຕີມ:

ໂປໂລໄດ້ຂຽນຄຳນຳໃນຈົດຫມາຍເຖິງຜູ້ຄົນໃນໂຣມຕໍ່ໄປ ໂດຍກ່າວເຖິງຄວາມປາດຖະຫນາຂອງເຂົາໃນການທີ່ຈະພົບພວກເຂົາດ້ວຍຕົນເອງ.

ເພາະຂ້າພຣະເຈົ້າປາດຖະຫນາທີ່ຈະພົບທ່ານ.

ເພາະຂ້າພຣະເຈົ້າຕ້ອງການທີ່ຈະພົບທ່ານຢ່າງແທ້ຈິງ.

ຂອງປະທານຝ່າຍວິນຍານ,ເພື່ອທີ່ຈະເສີມກຳລັງທ່ານ.

ໂປໂລຕ້ອງການທີ່ຈະເສີມກຳລັງຄຣິດສະຕຽນຝ່າຍວິນຍານໃນໂຣມ ແປໄດ້ອີກຢ່າງວ່າ ຂອງປຣະທານບາງຢ່າງທີ່ຈະຊ່ວຍໃຫ້ທ່ານເຕີບໃຫຍ່ໃນຝ່າຍວິນຍານ.(ເບິ່ງ: rc://*/ta/man/translate/figs-explicit)

ນັ້ນຄື,ຂ້າພຣະເຈົ້າປາດຖະຫນາທີ່ຈະໄດ້ຮັບການຫນູນໃຈຊຶ່ງກັນແລະກັນທ່າມກາງພວກທ່ານ,ຜ່ານທາງຄວາມເຊື່ອຂອງແຕ່ລະຄົນຄືຄວາມເຊື່ອຂອງທ່ານແລະຂອງຂ້າພຣະເຈົ້າ.

ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບປະທານເປັນຜູ້ກະທຳ ແປໄດ້ອີກຢ່າງວ່າ:ຂ້າພຣະເຈົ້າໝາຍຄວາມວ່າຂ້າພຣະເຈົ້າຕ້ອງການໃຫ້ເຮົາຫນູນໃຈຊຶ່ງກັນແລະກັນໂດຍການແບ່ງປັນປະສົບການແຫ່ງຄວາມເຊື່ອໃນພຣະເຢຊູ. (ເບິ່ງ: rc://*/ta/man/translate/figs-activepassive)