lo_tn/rev/18/23.md

3.6 KiB

ຂໍ້ມູນເຊື່ອມຕໍ່:

ທູດສະຫວັນຈົບຄຳເວົ້າທີ່ໂຍນກ້ອນຫີນໂມ້ລົງ.

ຂໍ້ມູນທົ່ວໄປ:

ຄຳເວົ້າທີ່ວ່າ "ເຈົ້າ" "ຂອງເຈົ້າ" ແລະ "ຂອງນາງ" ຫມາຍເຖິງບາບີໂລນ.

ຈະບໍ່ມີໃຜໄດ້ຍິນສຽງຂອງເຈົ້າບ່າວ ແລະເຈົ້າສາວໃນຕົວເຈົ້າອີກຕໍ່ໄປ

ຄຳນີ້ສາມາດເຮັດເປັນຮູບປະທຳປະທານເປັນຜູ້ກະທຳໄດ້. ອາດແປອີກວ່າ: "ບໍ່ມີໃຜຈະໄດ້ຍິນສຽງຂອງບາບີໂລນທີ່ຍິນດີຂອງເຈົ້າບ່າວ ແລະ ເຈົ້າສາວ" (ເບິ່ງ: rc://*/ta/man/translate/figs-activepassive)

ຈະບໍ່ໄດ້ຍິນໃນຕົວເຈົ້າອີກຕໍ່ໄປ

"ບໍ່ມີໃຜຈະໄດ້ຍິນພວກເຂົາຢູ່ໃນເຈົ້າອີກຕໍ່ໄປ." ບໍ່ໄດ້ຍິນຢູ່ນີ້ ຫມາຍຄວາມວ່າພວກເຂົາຈະບໍ່ຢູ່ທີ່ນັ້ນ. ອາດແປອີກວ່າ: "ຈະບໍ່ຢູ່ໃນເມືອງຂອງເຈົ້າອີກຕໍ່ໄປ" (ເບິ່ງ: rc://*/ta/man/translate/figs-metonymy)

ພວກພໍ່ຄ້າຂອງເຈົ້າເຄີຍເປັນຄົນໃຫຍ່ຄົນໂຕເທິງແຜ່ນດິນໂລກ

ທູດສະຫວັນກ່າວກ່ຽວກັບຄົນສຳຄັນ ແລະ ມີອຳນາດຄືກັບວ່າພວກເຂົາເປັນເຈົ້ານາຍ. ອາດແປອີກວ່າ: "ພໍ່ຄ້າຂອງທ່ານແມ່ນຄ້າຍຄືເຈົ້າຂອງແຜ່ນດິນໂລກ" ຫລື "ພໍ່ຄ້າຂອງທ່ານແມ່ນຜູ້ຊາຍທີ່ສຳຄັນທີ່ສຸດໃນໂລກ" (ເບິ່ງ: rc://*/ta/man/translate/figs-metaphor)

ບັນດາປະຊາຊາດກໍ່ຖືກລໍ້ລວງໂດຍເວດມົນຂອງເຈົ້າ

ຄຳນີ້ສາມາດເຮັດເປັນຮູບປະທຳປະທານເປັນຜູ້ກະທຳໄດ້. ອາດແປອີກວ່າ: "ທ່ານໄດ້ຫລອກລວງປະຊາຊົນຂອງປະຊາຊາດດ້ວຍການສະກົດຈິດຂອງທ່ານ" (ເບິ່ງ: rc://*/ta/man/translate/figs-activepassive)

ໃນນະຄອນນັ້ນກໍ່ພົບເລືອດຂອງບັນດາຜູ້ປະກາດພຣະຄັມ ແລະຜູ້ເຊື່ອທັງຫລາຍ ແລະເລືອດຂອງທຸກຄົນທີ່ຖືກຂ້າເທິງແຜ່ນດິນໂລກນັ້ນ"

ການຄົ້ນພົບເລືອດຢູ່ນັ້ນຫມາຍຄວາມວ່າຄົນຢູ່ທີ່ນັ້ນມີຄວາມຜິດໃນການຂ້າຄົນ. ອາດແປອີກວ່າ: "ບາບີໂລນມີຄວາມຜິດໃນການຂ້າສາສະດາ ແລະ ຜູ້ທີ່ເຊື່ອ ແລະ ຄົນອື່ນໆໃນໂລກທີ່ຖືກຂ້າຕາຍ" (ເບິ່ງ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-metonymy]])