lo_tn/rev/18/01.md

3.4 KiB

ຂໍ້ມູນເຊື່ອຕໍ່:

ມີທູດສະຫວັນອົງຫນຶ່ງອີກລົງມາຈາກສະຫວັນ ແລະ ເວົ້າ. ນີ້ແມ່ນທູດສະຫວັນທີ່ແຕກຕ່າງຈາກທູດສະຫວັນໃນບົດກ່ອນ, ຜູ້ທີ່ເວົ້າກ່ຽວກັບຍິງໂສເພນີ ແລະ ສັດຮ້າຍ.

ຂໍ້ມູນທົ່ວໄປ:

ສຳນຽງຄຳວ່າ "ນາງ" ແລະ "ຂອງນາງ" ຫມາຍເຖິງເມືອງບາບີໂລນເຊິ່ງເວົ້າເຖິງຄືວ່າມັນເປັນໂສເພນີ. (ເບິ່ງ: rc://*/ta/man/translate/figs-personification)

"ບາບີໂລນນະຄອນໃຫຍ່ຫລົ້ມຈົມແລ້ວ ຫລົ້ມຈົມແລ້ວ

ທູດສະຫວັນກ່າວເຖິງບາບີໂລນຖືກທຳລາຍຄືກັບວ່າມັນໄດ້ລົ້ມລົງແລ້ວ. (ເບິ່ງ: rc://*/ta/man/translate/figs-metaphor)

ນົກທີ່ສົກກະປົກ ແລະ ຫນ້າກຽດຫນ້າຊັງ

"ນົກທີ່ຫນ້າກຽດ" ຫລື "ນົກທີ່ຫນ້າກຽດຊັງ"

ປະຊາຊາດທັງຫມົດ

ບັນດາປະເທດແມ່ນ ຄຳເວົ້າສຳລັບປະຊາຊົນຂອງປະເທດເຫລົ່ານັ້ນ. ອາດແປອີກວ່າ: "ປະຊາຊົນຂອງທຸກປະຊາຊາດ" (ເບິ່ງ: rc://*/ta/man/translate/figs-metonymy)

ໄດ້ດື່ມວາຍອະງຸ່ນແຫ່ງຣາຄະຕັນຫາໃນການລ່ວງປະເວນີຂອງນະຄອນນັ້ນ

ນີ້ແມ່ນສັນຍາລັກໃຫ້ແກ່ການມີສ່ວນຮ່ວມໃນຄວາມຢາກຮັກທາງເພດຂອງນາງ. ອາດແປອີກວ່າ: "ກາຍເປັນຄົນທີ່ຜິດສິລະທັມທາງເພດຄືກັບນາງ" ຫລື "ໄດ້ກາຍເປັນຄົນຂີ້ເມົາຄືກັບນາງໃນຄວາມບາບທາງເພດ" (ເບິ່ງ: rc://*/ta/man/translate/writing-symlanguage)

ການລ່ວງປະເວນີຂອງນະຄອນນັ້ນ

ບາບີໂລນຖືກເວົ້າເຖິງຄືກັບວ່າມັນເປັນຍິງໂສເພນີທີ່ເຮັດໃຫ້ຄົນອື່ນເຮັດຜິດພ້ອມກັບນາງ. ສິ່ງນີ້ອາດຈະມີຄວາມຫມາຍ ສອງຢ່າງຄື: ການຜິດສິລະທັມທາງເພດ ແລະ ການນະມັສະການພະເຈົ້າປອມ. (ເບິ່ງ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-metaphor]])

ພໍ່ຄ້າ

ພໍ່ຄ້າແມ່ນຄົນທີ່ຂາຍສິ່ງຂອງ.

ຈາກອຳນາດແຫ່ງການໃຊ້ຊີວິດດ້ວຍຊັບອັນຟຸມເຟືອຍຂອງນະຄອນນັ້ນ"

"ເພາະວ່ານາງໄດ້ໃຊ້ເງິນຫລາຍໃນການເຮັດຜິດສິລະທັມ ທາງເພດ"