lo_tn/rev/14/08.md

2.4 KiB

"ຫລົ້ມຈົມແລ້ວ ບາບີໂລນມະຫານະຄອນຫລົ້ມຈົມແລ້ວ

ທູດສະຫວັນກ່າວເຖິງບາບີໂລນຖືກທຳລາຍຄືກັບວ່າມັນໄດ້ລົ້ມຈົມແລ້ວ. ອາດແປອີກວ່າ: "ບາບີໂລນຜູ້ຍິ່ງໃຫຍ່ໄດ້ຖືກ ທຳລາຍແລ້ວ" (ເບິ່ງ: rc://*/ta/man/translate/figs-metaphor)

ບາບີໂລນມະຫານະຄອນ

"ບາບີໂລນເມືອງໃຫຍ່" ຫລື "ເມືອງສຳຄັນຂອງບາບີໂລນ" ນີ້ອາດແມ່ນສັນຍາລັກ ສຳລັບເມືອງໂຣມເຊິ່ງເປັນເມືອງໃຫຍ່, ຮັ່ງມີ ແລະ ມີບາບ. (ເບິ່ງ: rc://*/ta/man/translate/writing-symlanguage)

ຜູ້ທີ່ຊັກຈູງ

ບາບີໂລນຖືກກ່າວເຖິງຄືກັບວ່າມັນເປັນບຸກຄົນ, ແທນທີ່ຈະເປັນເມືອງທີ່ເຕັມໄປດ້ວຍຜູ້ຄົນ. (ເບິ່ງ: rc://*/ta/man/translate/figs-metonymy)

ດື່ມເຫລົ້າອະງຸ່ນແຫ່ງຣາຄະຕັນຫາ

ນີ້ແມ່ນສັນຍາລັກໃຫ້ແກ່ການມີສ່ວນຮ່ວມໃນຄວາມຢາກຮັກທາງເພດຂອງນາງ. ອາດແປອີກວ່າ: "ການຜິດສິລະທັມ ທາງເພດຄືກັບນາງ" ຫລື "ເມົາເຫລົ້າຄືກັບນາງໃນການເຮັດບາບທາງເພດ". (ເບິ່ງ: rc://*/ta/man/translate/writing-symlanguage)

ຣາຄະຕັນຫາຂອງນາງ

ບາບີໂລນຖືກເວົ້າເຖິງຄືກັບວ່າມັນເປັນຍິງໂສເພນີທີ່ເຮັດໃຫ້ຄົນອື່ນເຮັດຜິດພ້ອມກັບນາງ. ສິ່ງນີ້ອາດຈະມີຄວາມຫມາຍ ສອງຢ່າງຄື: ການຜິດສິລະທັມທາງເພດ ແລະ ການນະມັສະການພະເຈົ້າປອມ. (ເບິ່ງ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-metaphor]])