lo_tn/rev/14/03.md

2.8 KiB

ພວກເຂົາຮ້ອງເພງບົດໃຫມ່

"ປະຊາຊົນ 144,000 ຄົນໄດ້ຮ້ອງເພງໃຫມ່" ນີ້ອະທິບາຍວ່າສຽງທີ່ໂຢຮັນໄດ້ຍິນແມ່ນຫຍັງ. ອາດແປອີກວ່າ: "ສຽງນັ້ນແມ່ນເພງໃຫມ່ທີ່ພວກເຂົາຮ້ອງ"

ສິ່ງທີ່ມີຊີວິດທັງສີ່

"ສັດສີ່ຢ່າງ" ຫລື "ສິ່ງມີຊີວິດສີ່ຢ່າງ"

ບັນດາຜູ້ອາວຸໂສ

ຜູ້ອາວຸໂສຊາວສີ່ທ່ານ - ຜູ້ອາວຸໂສຊາວສີ່ທ່ານ.

ມີບັນດາຄົນທີ່ບໍ່ໄດ້ເຮັດໃຫ້ຕົນເອງເປັນມົນທິນເພາະຜູ້ຍິງ

ຄວາມຫມາຍທີ່ເປັນໄປໄດ້ 1) "ບໍ່ເຄີຍມີເພດສຳພັນກັບຜູ້ຍິງທີ່ຜິດສິລະທັມ" ຫລື 2) "ບໍ່ເຄີຍມີເພດສຳພັນກັບແມ່ຍິງ" ການທີ່ໄປນອນກັບຜູ້ຍິງອາດຈະເປັນສັນຍາລັກຂອງການນະມັສະການຮູບປັ້ນ.

ພວກເຂົາຮັກສາຕົວເອງໃຫ້ມີຄວາມບໍຣິສຸດທາງເພດ

ຄວາມຫມາຍທີ່ເປັນໄປໄດ້ 1) "ພວກເຂົາບໍ່ມີຄວາມສຳພັນທາງເພດກັບແມ່ຍິງທີ່ບໍ່ແມ່ນເມຍຂອງພວກເຂົາ" ຫລື 2) "ພວກເຂົາແມ່ນຍິງສາວບໍຣິສຸດ"

ຕິດຕາມພຣະເມສານ້ອຍໄປໃນທຸກບ່ອນທີ່ພຣະອົງໄປ

ເຮັດໃນສິ່ງທີ່ພຣະເມສານ້ອຍເຮັດ ແມ່ນເວົ້າເຖິງການຕິດຕາມພຣະອົງ. ອາດແປອີກວ່າ: "ພວກເຂົາເຮັດຕາມທີ່ພຣະເມສານ້ອຍເຮັດ" ຫລື "ພວກເຂົາເຊື່ອຟັງພຣະເມສານ້ອຍ" (ເບິ່ງ: rc://*/ta/man/translate/figs-metaphor)

ບໍ່ມີຄຳເວົ້າຂີ້ຕົວະໃດໆອອກມາຈາກປາກຂອງພວກເຂົາ

"ປາກ" ຂອງພວກເຂົາຫມາຍເຖິງສິ່ງທີ່ພວກເຂົາເວົ້າ. "ອາດແປອີກວ່າ: "ພວກເຂົາບໍ່ເຄີຍຕົວະໃນເວລາທີ່ພວກເຂົາເວົ້າ" (ເບິ່ງ: rc://*/ta/man/translate/figs-metonymy)