lo_tn/rev/13/03.md

2.7 KiB

ແຕ່ກັບໄດ້ຮັບການຮັກສາໃຫ້ຫາຍດີ

ຄຳນີ້ສາມາດເຮັດເປັນຮູບປະທຳປະທານເປັນຜູ້ກະທຳໄດ້. ອາດແປອີກວ່າ: “ ແຕ່ບາດແຜນັ້ນໄດ້ຫາຍດີ” (ເບິ່ງ: rc://*/ta/man/translate/figs-activepassive)

ຮອຍບາດແຜທີ່ເຫມືອນເຄີຍຖືກຂ້າເຖິງຕາຍແລ້ວ

"ຮອຍບາດແຜທີ່ເຫມືອນເຄີຍຖືກຂ້າເຖິງຕາຍແລ້ວ" ນີ້ແມ່ນການບາດເຈັບທີ່ຮຸນແຮງພໍທີ່ຈະເຮັດໃຫ້ຄົນເຮົາເສຍຊີວິດໄດ້.

ໂລກທັງໂລກຕ່າງ

ຄຳວ່າ "ແຜ່ນດິນໂລກ" ຫມາຍເຖິງຄົນທີ່ຢູ່ເທິງແຜ່ນດິນໂລກ. ອາດແປອີກວ່າ: "ປະຊາຊົນທັງຫມົດໃນໂລກ" (ເບິ່ງ: rc://*/ta/man/translate/figs-metonymy)

ຕິດຕາມສັດຮ້າຍນັ້ນ

"ເຊື່ອຟັງສັດຮ້າຍ"

ພະຍານາກ

ນີ້ແມ່ນສັດເລືອຄານຂະຫນາດໃຫຍ່, ຄືກັບແລນ. ສຳລັບຄົນຢິວ, ມັນແມ່ນສັນຍາລັກຂອງຄວາມຊົ່ວ ແລະ ຄວາມວຸ່ນວາຍ. (ເບິ່ງ: rc://*/ta/man/translate/writing-symlanguage)

ພະຍານາກມອບສິດທິອຳນາດຂອງມັນໃຫ້ແກ່ສັດຮ້າຍໂຕນັ້ນ

"ມັນໄດ້ເຮັດໃຫ້ສັດຮ້າຍມີ ອຳນາດຫລາຍເທົ່າທີ່ມັນມີ"

ໃຜຈະເປັນເຫມືອນສັດຮ້າຍນີ້

ຄຳຖາມນີ້ສະແດງໃຫ້ເຫັນວ່າພວກເຂົາປະຫລາດໃຈຫລາຍປານໃດກ່ຽວກັບສັດຮ້າຍ. ອາດແປອີກວ່າ: "ບໍ່ມີໃຜມີອຳນາດຄືກັບສັດຮ້າຍ!" (ເບິ່ງ: rc://*/ta/man/translate/figs-rquestion)

ໃຜຈະຕໍ່ສູ້ມັນໄດ້

ຄຳຖາມນີ້ສະແດງໃຫ້ເຫັນວ່າປະຊາຊົນຢ້ານກົວອຳນາດຂອງສັດຮ້າຍຫລາຍປານໃດ. ອາດແປອີກວ່າ: "ບໍ່ມີໃຜສາມາດຕໍ່ສູ້ກັບສັດຮ້າຍ ແລະ ຊະນະໄດ້!" (ເບິ່ງ: rc://*/ta/man/translate/figs-rquestion)