lo_tn/rev/12/10.md

3.3 KiB

ຂ້າພະເຈົ້າ

ຄຳວ່າ "ຂ້າພະເຈົ້າ" ຫມາຍເຖິງໂຢຮັນ.

ຂ້າພະເຈົ້າໄດ້ຍິນສຽງອັນດັງໃນສະຫວັນ

ຄຳວ່າ "ສຽງ" ຫມາຍເຖິງຄົນທີ່ເວົ້າ. ອາດແປອີກວ່າ: "ຂ້ອຍໄດ້ຍິນຄົນເວົ້າອອກມາຈາກສະຫວັນ" (ເບິ່ງ: rc://*/ta/man/translate/figs-metonymy)

ບັດນີ້ຄວາມລອດພົ້ນ ຣິດອຳນາດ

ພຣະເຈົ້າຈະຊ່ວຍປະຊາຊົນໂດຍອຳນາດຂອງພຣະອົງຖືກກ່າວເຖິງວ່າຄວາມລອດ ແລະ ອຳນາດຂອງພຣະອົງແມ່ນສິ່ງທີ່ສາມາດເກີດຂຶ້ນໄດ້. ອາດແປອີກວ່າ: "ດຽວນີ້ພຣະເຈົ້າໄດ້ຊ່ວຍປະຊາຊົນຂອງພຣະອົງໂດຍອຳນາດຂອງພຣະອົງ" (ເບິ່ງ: rc://*/ta/man/translate/figs-metaphor)

ມາເຖິງແລ້ວ

"ເລີ່ມຕົ້ນທີ່ຈະມີຕົວຈິງ" ຫລື "ປາກົດ" ຫລື "ກາຍເປັນຕົວຈິງ." ມັນບໍ່ແມ່ນວ່າສິ່ງເຫລົ່ານີ້ບໍ່ເຄີຍມີມາກ່ອນ, ແຕ່ດຽວນີ້, ພຣະເຈົ້າກຳລັງເປີດເຜີຍພວກມັນຢູ່ເພາະວ່າເວລາທີ່ມັນຈະເກີດຂຶ້ນໄດ້ມາຮອດແລ້ວ"

ຣາຊະອານາຈັກຂອງພຣະເຈົ້າ ແລະສິດທິອຳນາດຂອງພຣະຄຣິດ

ການປົກຄອງຂອງພຣະເຈົ້າ ແລະ ສິດອຳນາດຂອງພຣະຄຣິດຖືກກ່າວເຖິງຄືກັບວ່າພວກເຂົາກຳລັງສະເດັດມາ. ອາດແປອີກວ່າ: "ພຣະເຈົ້າປົກຄອງເປັນກະສັດ ແລະ ພຣະຄຣິດຂອງລາວມີສິດອໍານາດທັງຫມົດ" (ເບິ່ງ: rc://*/ta/man/translate/figs-metaphor)

ຜູ້ກ່າວໂທດພີ່ນ້ອງຂອງເຮົາໄດ້ຖືກຖິ້ມລົງໄປແລ້ວ

ນີ້ແມ່ນມັງກອນທີ່ຖືກຖິ້ມລົງໃນ 12: 10.

ພີ່ນ້ອງຂອງເຮົາ

ເພື່ອນຮ່ວມຄວາມເຊື່ອໄດ້ຖືກກ່າວເຖິງຄືກັບວ່າພວກເຂົາເປັນອ້າຍນ້ອງ. ອາດແປອີກວ່າ: "ເພື່ອນຮ່ວມຄວາມເຊື່ອຂອງພວກເຮົາ" (ເບິ່ງ: rc://*/ta/man/translate/figs-metaphor)

ກາງເວັນແລະກາງຄືນ

ສອງສ່ວນຂອງມື້ນີ້ໃຊ້ຮ່ວມກັນເພື່ອຫມາຍຄວາມວ່າ "ຕະຫລອດເວລາ" ຫລື "ໂດຍບໍ່ຢຸດຢັ້ງ" (ເບິ່ງ: rc://*/ta/man/translate/figs-merism)