lo_tn/rev/09/01.md

1.9 KiB

ຂໍ້ມູນເຊື່ອຕໍ່:

ທູດສະຫວັນອົງທີຫ້າໃນເຈັດອົງນັ້ນກຳລັງເລີ່ມເປົ່າແກ

ຂ້າພຣະເຈົ້າໄດ້ເຫັນດາວດວງຫນຶ່ງຕົກລົງມາຈາກທ້ອງຟ້າ

ໂຢຮັນໄດ້ເຫັນດາວຫລັງຈາກມັນຕົກ. ລາວບໍ່ໄດ້ສັງເກດເບິ່ງວ່າມັນຕົກ.

ກະແຈເພື່ອໄຂເປີດຊ່ອງນາຣົກຂຸມເລິກ

"ກະແຈທີ່ຈະປົດລ໋ອກຂອງນາຣົກຂຸມເລິກ"

ຊ່ອງນາຣົກຂຸມເລິກ

ຄວາມຫມາຍທີ່ເປັນໄປໄດ້ 1) "ຊ່ອງ" ແມ່ນອີກວິທີຫນຶ່ງຂອງການກ່າວເຖິງຂຸມ ແລະ ອະທິບາຍວ່າມັນຍາວ ແລະ ແຄບ ຫລື 2) "ຊ່ອງ" ຫມາຍເຖິງການເປີດຂຸມ.

ນາຣົກຂຸມເລິກ

ນີ້ແມ່ນຂຸມແຄບເລິກທີ່ສຸດ. ຄວາມຫມາຍທີ່ເປັນໄປໄດ້ 1) ຂຸມບໍ່ມີທາງລຸ່ມ ມັນຍັງຄົງດຳເນີນໄປຕໍ່ເລື້ອຍໆ ຫລື 2) ຂຸມນັ້ນເລິກຫລາຍຈົນວ່າມັນບໍ່ມີທາງລຸ່ມ.

ເຫມືອນຄວັນຈາກເຕົາຫລອມຂະຫນາດໃຫຍ່

ເຕົາໄຟຂະຫນາດໃຫຍ່ເຮັດໃຫ້ມີຄວັນຫນາ ແລະ ຈຳນວນຫລາຍ. ອາດແປອີກວ່າ: "ຄືກັບຄວັນຈຳນວນຫລວງຫລາຍທີ່ມາຈາກເຕົາໄຟອັນມະຫາສານ" (ເບິ່ງ: rc://*/ta/man/translate/figs-simile)