lo_tn/rev/07/01.md

2.3 KiB

ຂໍ້ມູນທົ່ວໄປ:

ໂຢຮັນເລີ່ມຕົ້ນພັນລະນາເຖິງນິມິດຂອງຜູ້ຮັບໃຊ້ພຣະເຈົ້າ 144.000 ຄົນເຊິ່ງຖືກປຣະທັບຕຣາ. ນີ້ເກີດຂຶ້ນລະຫວ່າງພຣະເມສານ້ອຍເປີດປຣະທັບຕຣາຄັ້ງທີຫົກ ແລະ ເຈັດ.

ມຸມທັງສີ່ຂອງແຜ່ນດິນໂລກ

ແຜ່ນດິນໂລກຖືກເວົ້າເຖິງຄືກັບວ່າມັນຮາບພຽງ ແລະ ເປັນຮູບສີ່ຫລ່ຽມມົນຄ້າຍຄືກັບແຜ່ນເຈ້ຍ. ຄຳວ່າ "ສີ່ແຈ" ຫມາຍ ເຖິງທິດເຫນືອ, ທິດໃຕ້, ທິດຕາເວັນອອກ ແລະ ທິດຕາເວັນຕົກ.

ຕຣາປຣະທັບຂອງພຣະເຈົ້າຜູ້ຊົງພຣະຊົນຢູ່

ຄຳວ່າ "ປຣະທັບຕຣາ" ໃນນີ້ຫມາຍ ເຖິງເຄື່ອງມືທີ່ໃຊ້ເພື່ອກົດເຄື່ອງຫມາຍໃສ່ການປຣະທັບຕຣາ. ໃນກໍຣະນີນີ້ເຄື່ອງມືຈະຖືກນຳ ໃຊ້ເພື່ອໃສ່ເຄື່ອງຫມາຍຂອງປະຊາຊົນຂອງພຣະເຈົ້າ. ອາດແປອີກວ່າ: "ເຄື່ອງຫມາຍ" ຫລື "ສະແຕ໊ມ" (ເບິ່ງ: rc://*/ta/man/translate/figs-metonymy)

ໄດ້ປຣະທັບຕຣາໃສ່ເທິງຫນ້າຜາກ

ຄຳວ່າ "ປຣະທັບຕຣາ" ໃນນີ້ຫມາຍເຖິງເຄື່ອງຫມາຍ. ເຄື່ອງຫມາຍນີ້ສະແດງວ່າປະຊາຊົນເປັນຂອງພຣະເຈົ້າ ແລະ ລາວຈະປົກປ້ອງພວກເຂົາ. ອາດແປອີກວ່າ: "ໃສ່ເຄື່ອງຫມາຍໃສ່ຫນ້າ ຜາກ" (ເບິ່ງ: rc://*/ta/man/translate/figs-metonymy)

ເທິງຫນ້າຜາກ

ຫນ້າຜາກແມ່ນດ້ານເທິງຂອງໃບ ຫນ້າ, ເທິງ ຕາ.