lo_tn/rev/04/01.md

2.6 KiB

ຂໍ້ມູນທົ່ວໄປ:

ໂຢຮັນເລີ່ມຕົ້ນອະທິບາຍເຖິງນິມິດຂອງລາວກ່ຽວກັບບັນລັງຂອງພຣະເຈົ້າ.

ຫລັງຈາກນັ້ນ

"ຫລັງຈາກສິ່ງທີ່ໂຢຮັນໄດ້ເຫັນພຽງແຕ່" (2: 1)

ປະຕູທີ່ເປີດອອກຢູ່ໃນສະຫວັນ

ການສະແດງອອກນີ້ຫມາຍເຖິງຄວາມສາມາດທີ່ພຣະເຈົ້າໃຫ້ໂຢຮັນເຫັນໃນສະຫວັນ, ຢ່າງຫນ້ອຍໂດຍນິມິດ. (ເບິ່ງ: rc://*/ta/man/translate/figs-metaphor)

ເວົ້າກັບຂ້າພຣະເຈົ້າເຫມືອນຢ່າງສຽງແກ

ສຽງທີ່ອອກມາຄືກັບສຽງແກນັ້ນສາມາດລະບຸໄດ້ຍ່າງຊັດເຈນ. ອາດແປອີກວ່າ: "ເວົ້າກັບເຮົາດັງໆຄືກັບສຽງແກຂອງ" (ເບິ່ງ: rc://*/ta/man/translate/figs-simile)

ແກ

ສິ່ງນີ້ຫມາຍເຖິງເຄື່ອງມືໃນການຜະລິດດົນຕຣີ ຫລື ການຮຽກຮ້ອງໃຫ້ຄົນມາເຕົ້າໂຮມກັນເພື່ອການປະກາດ ຫລື ການປະຊຸມ.

ຂ້າພຣະເຈົ້າກໍ່ຢູ່ໃນພຣະວິນຍານ

ໂຢຮັນກ່າວເຖິງການຖືກອິດທິພົນຈາກພຣະວິນຍານຂອງພຣະເຈົ້າຄືກັບວ່າລາວຢູ່ໃນພຣະວິນຍານ. ອາດແປອີກວ່າ: "ໄດ້ຮັບອິດທິພົນຈາກພຣະວິນຍານ" ຫລື "ພຣະວິນຍານມີອິດທິພົນຕໍ່ລາວ." (ເບິ່ງ: rc://*/ta/man/translate/figs-idiom)

ແກ້ວມະນີໂຊດ ແລະ ແກ້ວພິລາ

ແກ້ວປະເສີດ. ແກ້ວມະນີໂຊດ ອາດຈະເຫັນໄດ້ຊັດເຈັນເຊັ່ນແກ້ວ ຫລື ພອຍ, ແລະ ແກ້ວພິລາ ອາດຈະເປັນສີແດງ. (ເບິ່ງ: rc://*/ta/man/translate/translate-unknown)

ແກ້ວມໍຣະກົດ.

ຫີນສີຂຽວ, ມີຄຸນຄ່າ (ເບິ່ງ: rc://*/ta/man/translate/translate-unknown)