lo_tn/rev/03/03.md

2.9 KiB

ສິ່ງທີ່ເຈົ້າເຄີຍໄດ້ຮັບ ແລະ ໄດ້ຍິນ

ນີ້ຫມາຍເຖິງຖ້ອຍຄຳຂອງພຣະເຈົ້າ, ເຊິ່ງພວກເຂົາເຊື່ອ. ແປໄດອີກວ່າ: ຖ້ອຍຄຳຂອງພຣະເຈົ້າ ເຊິ່ງຜູ້ທີ່ໄດ້ຍິນ ແລະ ໄດ້ສຳພັດນັ້ນແມ່ນພວກເຂົາເຊື່ອ (ເບິ່ງ: rc://*/ta/man/translate/figs-explicit)

ຖ້າເຈົ້າບໍ່ຕື່ນຂຶ້ນ

ການມີສະຕິຣະວັງຕົວຢູ່ໃນອັນຕະຣາຍແມ່ນເວົ້າເຖິງການຕື່ນນອນ. ແປໄດ້ອີກວ່າ: ມີການແຈ້ງເຕືອນ, ມີການຣະວັງຕົວ. (ເບິ່ງ: rc://*/ta/man/translate/figs-metaphor)

ເຮົາຈະມາເຫມືອນດັ່ງຂະໂມຍ

ພຣະເຢຊູຈະມາໃນເວລາທີ່ຜູ້ຄົນບໍ່ຄາດຫວັງພຣະອົງ, ຄືກັບຂະໂມຍມາໃນເວລາທີ່ບໍ່ຄາດຄິດ (ເບິ່ງ: rc://*/ta/man/translate/figs-simile)

ມີບາງຄົນໃນພວກເຈົ້າ

ນີ້ຫມາຍເຖິງຕົວພວກເຈົ້າເອງ. ອາດແປໄດ້ອີກວ່າ: ຄົນຈຳນວນຫນ້ອຍ (ເບິ່ງ: rc://*/ta/man/translate/figs-metonymy)

ບໍ່ໄດ້ເຮັດໃຫ້ເສື້ອຜ້າຂອງຕົນສົກກະປົກ

ພຣະເຢຊູໄດ້ເວົ້າວ່າບາບໃນຊີວິດຂອງຄົນເຮົາຄືກັບວ່າມັນເປັນເຄື່ອງນຸ່ງເປື້ອນ. ອາດແປໄດ້ອີກວ່າ: ບໍ່ໄດ້ເຮັດໃຫ້ຊີວິດຂອງເຂົາເປັນບາບຄືກັບເຄື່ອງນຸ່ງທີ່ສົກກະປົກ. (ເບິ່ງ: rc://*/ta/man/translate/figs-metaphor)

ຈະເດີນໄປກັບເຮົາ

ຄົນທົ່ວໄປເວົ້າເຖິງການດຳຣົງຊີວິດຄື “ການຍ່າງ. ອາດແປໄດ້ອີກວ່າ: ຈະຢູ່ກັບຂ້ອຍ (ເບິ່ງ: rc://*/ta/man/translate/figs-metaphor)

ນຸ່ງຊຸດສີຂາວ

ເຄື່ອງນຸ່ງສີຂາວເປັນຕົວແທນໃຫ້ແກ່ຊີວິດທີ່ບໍຣິສຸດໂດຍບໍ່ມີບາບ. ອາດແປອີກວ່າ: ແລະ ພວກເຂົາຈະນຸ່ງຊຸດສີຂາວເຊິ່ງສະແດງໃຫ້ເຫັນວ່າພວກເຂົາບໍຣິສຸດ. (ເບິ່ງ: rc://*/ta/man/translate/figs-metaphor)