lo_tn/rev/02/22.md

3.2 KiB

ຂ້າພະເຈົ້າຈະໂຍນນາງໃສ່ ຕຽງນອນຂອງນາງ

ການທີ່ນາງນອນຢູ່ເທິງຕຽງນັ້ນເປັນຜົນມາຈາກການທີ່ພຣະເຢຊູສ້າງຄວາມເຈັບປ່ວຍໃຫ້ນາງ. ເເປໄດ້ອີກຢ່າງວ່າ "ເຮົາຖິ້ມນາງໃສ່ເທິງຕຽງ"ຫລື "ເຮົາເຮັດໃຫ້ນາງປ່ວຍ"(ເບິ່ງ: rc://*/ta/man/translate/figs-metonymy)

ແລະຜູ້ທີ່ຫລິ້ນຊູ້ກັບນາງຕົກຢູ່ໃນຄວາມທຸກທໍຣະມານ

ພຣະເຢຊູເວົ້າເຖິງສາເຫດທີ່ເຮັດໃຫ້ຄົນທຸກທໍຣະມານ. ເເປອີກຢ່າງວ່າ "ແລະເຮົາຈະເຮັດໃຫ້ຜູ້ທີ່ຫລິ້ນຊູ້ກັບນາງປະສົບກັບຄວາມທຸກທໍຣະມານຢ່າງແສນສາຫັດ" (ເບິ່ງ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-abstractnouns]])

ການຫລິ້ນຊູ້

"ຫລິ້ນຊູ້"

ເວັ້ນເສຍແຕ່ວ່າພວກເຂົາຈະກັບໃຈຈາກການກະທຳຂອງນາງ

"ຖ້າວ່າພວກເຂົາບໍ່ກັບໃຈຈາກການເຮັດບາບໃນສິ່ງທີ່ນາງເຮັດ" (ເບິ່ງ: rc://*/ta/man/translate/figs-metonymy)

ເຮົາຈະຕີລູກຂອງນາງໃຫ້ຕາຍ

"ເຮົາຈະຂ້າລູກຂອງນາງດ້ວຍ"

ລູກຂອງນາງ

ພຣະເຢຊູກ່າວວ່າໃຜທີ່ຕິດຕາມນາງກະຄືລູກຂອງນາງ. ເເປອີກຢ່າງວ່າ "ຜູ້ຕິດຕາມຂອງນາງ " ຫລື "ຄົນຜູ້ທີ່ຕິດຕາມຄຳສອນຂອງນາງ" (ເບິ່ງ: rc://*/ta/man/translate/figs-metaphor)

ຄວາມຄິດແລະຫົວໃຈ

ຄຳວ່າ "ຫົວໃຈ" ມັກຖືກໃຊ້ເພື່ອກ່າວເຖິງຄວາມຮູ້ສຶກ ແລະ ຄວາມປຣາຖນາ.ແນວຄວາມຄິດທັງສອງຢ່າງນີ້ສາມາດຖືກແປເປັນຄຳກິລິຍາ. ແປໄດ້ອີກຢ່າງວ່າ: "ແມ່ນຫຍັງຄືສິ່ງທີ່ຄົນຄິດ ແລະ ຕ້ອງການ" (ເບິ່ງ: [[rc:///ta/man/translate/figs-metaphor]] ເເລະ [[rc:///ta/man/translate/figs-abstractnouns]])

ເຮົາຈະໃຫ້ທຸກສິ່ງໃຫ້ແກ່ຫນຶ່ງໃນເຈົ້າ

ນີ້ແມ່ນການອະທິບາຍກ່ຽວກັບການລົງໂທດ ແລະລາງວັນ. ເເປອີກຢ່າງວ່າ "ເຮົາຈະລົງໂທດຫລືໃຫ້ລາງວັນຫນຶ່ງໃນພວກເຈົ້າ"(ເບິ່ງ: rc://*/ta/man/translate/figs-idiom)