lo_tn/rev/02/14.md

2.2 KiB

ແຕ່ເຮົາມີບາງສິ່ງຕໍ່ວ່າເຈົ້າ

"ເຮົາບໍ່ເຫັນດີກັບເຈົ້າເພາະວ່າມີບາງສິ່ງບາງຢ່າງທີ່ເຈົ້າໄດ້ເຮັດ" ຫລື "ເຮົາໃຈຮ້າຍໃຫ້ເຈົ້າຍ້ອນວ່າມີບາງສິ່ງທີ່ເຈົ້າໄດ້ເຮັດ"

ຜູ້ທີ່ຖືຮັກສາໃນຄຳສອນຂອງບາລາອາມ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) “ຜູ້ທີ່ສອນສິ່ງທີ່ບາລາມສອນ" ຫລື 2) "ຜູ້ທີ່ເຮັດສິ່ງທີ່ບາລາມສອນ". (ເບິ່ງ: rc://*/ta/man/translate/figs-metaphor)

ບາຫລາກ

ນີ້ແມ່ນຊື່ຂອງກະສັດອົງຫນຶ່ງ. (ເບິ່ງ: rc://*/ta/man/translate/translate-names)

ຜູ້ທີ່ໄດ້ສອນບາຫລາກໃຫ້ວາງສິ່ງທີ່ສະດຸດລົ້ມຕໍ່ຫນ້າຊົນຊາດອິສະຣາເອນ

ບາງສິ່ງທີ່ນຳພາຄົນເຮົາໄປສູ່ຄວາມບາບ ເປັນການເວົ້າໄດ້ວ່າ ຄືກ້ອນຫີນໃນເສັ້ນທາງທີ່ເຮັດໃຫ້ຜູ້ຄົນລົ້ມລົງ. ແປໄດ້ອີກຢ່າງວ່າ: "ຜູ້ທີ່ສະແດງໃຫ້ບາຫລາກເຫັນເຖິງວິທີທີ່ຈະເຮັດໃຫ້ປະຊາຊົນອິສະຣາເອນລົ້ມລົງໃນຄວາມບາບ".

ການລ່ວງປະເວນີ

"ຄວາມບາບທາງເພດ" ຫລື "ການລ່ວງລະເມີດທາງເພດ".

ນິກໂຄລາຍເຕ

ນີ້ແມ່ນຊື່ສຳລັບກຸ່ມຄົນທີ່ຕິດຕາມຄຳສອນຂອງຜູ້ຊາຍຄົນ ຫນຶ່ງຊື່ວ່າ ນິໂກລາຍເຕ. (ເບິ່ງ: rc://*/ta/man/translate/translate-names)