lo_tn/rev/02/10.md

2.6 KiB

ມານພະຍາຍາມຂັງພວກທ່ານບາງຄົນເຂົ້າຄຸກ

"ມານຊາຕານຈະໃຊ້ຄົນອື່ນເພື່ອຂັງພວກທ່ານບາງຄົນໃວ້ໃນຄຸກ".

ຈົ່ງຊື່ສັດຈົນກວ່າຈະເຖິງວັນຕາຍ

"ຈົ່ງສັດຊື່ກັບເຮົາເຖິງແມ່ນວ່າພວກເຂົາຈະຂ້າເຈົ້າ" ການໃຊ້ຄຳວ່າ "ຈົນກ່ວາ" ບໍ່ໄດ້ຫມາຍຄວາມວ່າເຮົາ ຈະຢຸດຄວາມສັດຊື່ເຖິງວ່າຈະຕາຍກໍ່ຕາມ.

ມຸງກຸດ

"ມຸງກຸດແຫ່ງຊັຍຊະນະ" ເປັນດັງພວງມະໄລ ເຊິ່ງແຕ່ເດີມເຮັດມາຈາກກິ່ງຫມາກກອດເທດ ຫລື ພວງມະໄລທີ່ເຮັດດ້ວຍໃບໄມ້ທີ່ໃສ່ໃວ້ເທິງຫົວຂອງນັກກິລາທີ່ໄດ້ຮັບຊັຍຊະນະ.

ມຸງກຸດແຫ່ງຊີວິດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ມົງກຸດທີ່ສະແດງໃຫ້ເຫັນວ່າເຮົາໄດ້ໃຫ້ຊີວິດນິຣັນດອນແກ່ເຈົ້າ" ຫລື 2) "ຊີວິດຈິງ ຄືລາງວັນຄືກັບມົງກຸດຜູ້ຊະນະ"

ໃຫ້ຜູ້ທີ່ມີຫູ

ຫມາຍເຖິງຄົນທີ່ຕັ້ງໃຈຟັງ ຫມາຍເຖິງຄົນທີ່ມີຫູ. ແປອີກຢ່າງວ່າ "ໃຫ້ຜູ້ທີ່ເຕັມໃຈ, ຟັງ "ຫລື" ຖ້າເຈົ້າຕັ້ງໃຈ, ຟັງ . (ເບິ່ງ: rc://*/ta/man/translate/figs-metaphor)

ຜູ້ທີ່ໄດ້ຮັບຊັຍຊະນະ

ນີ້ຫມາຍເຖິງຜູ້ໃດທີ່ເອົາຊະນະໄດ້. ແປອີກຢ່າງວ່າ: "ໃຜທີ່ຕໍ່ຕ້ານຄວາມຊົ່ວ" ຫລື "ຜູ້ທີ່ບໍ່ເຫັນດີທີ່ຈະເຮັດໃນສິ່ງທີ່ຊົ່ວ". (ເບິງ: rc://*/ta/man/translate/figs-genericnoun)

ບໍ່ມີຄວາມເຈັບປວດໃນໂດຍຄວາມຕາຍຄັ້ງທີສອງ

"ຈະບໍ່ມີຄວາມຕາຍຄັ້ງທີສອງ" ຫລື "ຈະບໍ່ມີຄວາມຕາຍຄັ້ງທີສອງ"