lo_tn/rev/01/17.md

1.9 KiB

ລົ້ມລົງຢູ່ທີ່ຕີນຂອງພຣະອົງ

ໂຢຮັນກົມກາບລົງຫນ້າແນບດິນ. ເພິ່ນສະທ້ານຢ້ານກົວຫລາຍ ແລະ ສະແດງເຖິງຄວາມຢຳເກງຣິດອຳນາດຂອງພຣະເຢຊູ.

ພຣະອົງວາງມືຂວາຂອງພຣະອົງໃສ່ຂ້ານ້ອຍ

"ພຣະອົງໄດ້ແຕະຕ້ອງຂ້ານ້ອຍດ້ວຍມືຂວາຂອງພຣະອົງ".

ເຮົາເປັນຜູ້ເລີ້ມຕົ້ນ(ກົກ)ແລະຜູ້ສຳເລັດ(ປາຍ)

ນີ້ຫມາຍເຖິງລັກສະນະນິຣັນດອນຂອງພຣະເຢຊູ. (ເບິ່ງ : rc://*/ta/man/translate/figs-merism)

ເຮົາຖືລູກກະແຈແຫ່ງຄວາມຕາຍ ແລະ ລູກກະແຈແຫ່ງແດນມໍຣະນາ

ການມີອຳນາດເຫນືອບາງສິ່ງບາງຢ່າງ ເປັນການກ່າວຄືວ່າມີລູກກະແຈທີ່ເຂົ້າໄປໄດ້. ຄຳເວົ້າດັ່ງນີ້ປຽບເຫມືອນ ພຣະອົງສາມາດປຣະທານຊີວິດທີ່ຕາຍໄປແລ້ວນັ້ນ ແລະ ເຮັດໃຫ້ເຂົາເຫລົ່ານັ້ນເປັນຄືນມາຈາກຕາຍ. ແປໄດ້ອີກຢ່າງວ່າ "ເຮົາມີອຳນາດເຫນືອຄວາມຕາຍ" ຫລື "ເຮົາມີອຳນາດໃຫ້ຊີວິດຄົນທີ່ຕາຍໄປແລ້ວ ແລະ ໃຫ້ພວກເຂົາເປັນຄືນມາຈາກຕາຍໄດ້". (ເບິ່ງ: [[rc:///ta/man/translate/figs-metaphor]] and [[rc:///ta/man/translate/figs-explicit]])