lo_tn/rev/01/14.md

3.5 KiB

ຫົວ ແລະ ຜົມຂອງພຣະອົງ ມີສີຂາວຄືກັບຂົນແກະແລະຂາວເຫມືອນດັ່ງຫິມະ

ຂົນແກະ ແລະ ຫິມະແມ່ນຕົວຢ່າງຂອງສິ່ງທີ່ມີສີຂາວຫລາຍ. ການກ່າວຢໍ້າຂອງ "ຂາວເຫມືອນດັ່ງ" ເນັ້ນຫນັກວ່າສິ່ງນັ້ນມັນຂາວຫລາຍ. (ເບິ່ງ: rc://*/ta/man/translate/figs-doublet)

ຂົນແກະ

ນີ້ແມ່ນຜົມຂອງແກະ ຫລື ແບ້. ຮູ້ກັນວ່າເປັນສີຂາວຫລາຍ.

ຕາຂອງພຣະອົງຄ້າຍຄືແປວໄຟ

ຕາຂອງພຣະອົງອະທິບາຍໄດ້ວ່າເຕັມໄປດ້ວຍ ແສງສະຫວ່າງ ຄືກັບແປວໄຟ. ແປອີກຢ່າງວ່າ: "ຕາຂອງພຣະອົງສ່ອງສະຫວ່າງຄືກັບແປວໄຟ". (ເບິ່ງ: rc://*/ta/man/translate/figs-simile)

ຕີນຂອງພຣະອົງຄ້າຍຄືທອງສຳຣິດ

ທອງສຳຣິດ ແມ່ນຂັດເພື່ອເຮັດໃຫ້ມັນມີເງົາເຫລື້ອມ ແລະ ສະທ້ອນແສງ. ແປອີກຢ່າງວ່າ "ຕີນຂອງພຣະອົງເຫລື້ອມຫລາຍຄືກັບທອງສຳຣິດ".

ຄ້າຍຄືທອງເຫລືອງ, ຄືກັບທອງເຫລືອງທີ່ໄດ້ຖືກຫລໍ່ຫລອມໃນເຕົາໄຟ

ທອງເຫລືອງຈະຖືກຫລໍ່ຫລອມກ່ອນ ແລະ ຫລັງຈາກນັ້ນຂັດໃຫ້ເງົາ. ແປອີກຢ່າງວ່າ: "ຄືກັບທອງເຫລືອງທີ່ໄດ້ຮັບການຊຳຣະໃຫ້ບໍຣິສຸດໃນເຕົາໄຟຮ້ອນ ແລະ ຖືກຂັດໃຫ້ເງົາ". (ເບິ່ງ: rc://*/ta/man/translate/figs-events)

ເຕົາຫລອມ

ພາຊະນະທີ່ແຂງແຮງ ສຳລັບຮັກສາຄວາມຮ້ອນຈາກໄຟ. ປະຊາຊົນຈະເອົາໂລຫະເຂົ້າໃນເຕົາຫລອມ ແລະ ໄຟຮ້ອນຈະເຜົາສິ່ງທີ່ບໍ່ສະອາດທີ່ມີຢູ່ໃນໂລຫະອອກໄປ.

ພຣະສຸຣະສຽງຂອງພຣະອົງຄືກັບສຽງນ້ຳໄຫລລາກ

ນີ້ແມ່ນສຽງທີ່ດັງຫລາຍຄືກັບສຽງຂອງກະແສນໍ້າໃຫຍ່ທີ່ໄຫລກືກກ້ອງ, ໄຫລໄວ, ແມ່ນໍ້າ, ນ້ຳຕົກຕາດ ຫລື ສຽງຄື້ນດັງໃນທະເລ.

ດາບ ... ກຳລັງອອກມາຈາກປາກຂອງພຣະອົງ

ດາບໄດ້ອອກມາຈາກປາກຂອງພຣະອົງ. ດາບຂອງຕົວເອງບໍ່ໄດ້ເຄື່ອນໄຫວ. ດາບອອກມາດ້ວຍຕົວຂອງມັນເອງ ໂດຍບໍມີການເຄື່ອນໄຫວ.

ດາບທີ່ມີສອງຄົມ

ນີ້ຫມາຍເຖິງດາບສອງຄົມ, ເຊິ່ງມີຄົມທັງສອງດ້ານເພື່ອຕັດສອງທິດທາງ.