lo_tn/rev/01/09.md

3.0 KiB

ຂໍ້ມູນທົ່ວໄປ:

ໂຢຮັນໄດ້ອະທິບາຍ ກ່ຽວກັບນິມິດຂອງເພິ່ນ ແລະ ການຊົງນຳຫລື ຄຳແນະນຳທີ່ມາຈາກພຣະວິນຍານໄດ້ບອກ.

ຂອງທ່ານທັງຫລາຍ...ພວກທ່ານ

ຜູ້ທີ່ເຊື່ອໃນຄຣິສະຈັກທັງເຈັດ. (ເບິ່ງ: rc://*/ta/man/translate/figs-you)

ຜູ້ທີ່ມີສ່ວນໃນຄວາມຍາກລຳບາກ ແລະ ໃນອານາຈັກ ແລະຄວາມອົດທົນທີ່ມີໃນພຣະເຢຊູ

"ຜູ້ທີ່ຮ່ວມກັບເຈົ້າທັງຫລາຍໃນອານາຈັກຂອງພຣະເຈົ້າ. ຂ້ານ້ອຍຍັງທົນທຸກຕໍ່ຄວາມຍາກລຳບາກ ແລະ ອົດທົນຕໍ່ການທົດລອງພ້ອມກັບເຈົ້າ ເພາະວ່າພວກເຮົາມີສ່ວນໃນອົງພຣະເຢຊູ".

ເພາະວ່າ ຄືພຣະຄັມຂອງພຣະເຈົ້າ

"ເພາະວ່າຂ້ານ້ອຍໄດ້ບອກຄົນອື່ນໆ ກ່ຽວກັບພຣະຄັມຂອງພຣະເຈົ້າ".

ໃນພຣະວິນຍານ

ໂຢຮັນກ່າວເຖິງການຊົງນຳຈາກພຣະວິນຍານຂອງພຣະເຈົ້າ ຄືກັບວ່າເພິ່ນຢູ່ໃນພຣະວິນຍານ. ແປໄດ້ອີກຢ່າງວ່າ: "ໄດ້ຮັບການຊົງນຳຈາກພຣະວິນຍານ" ຫລື "ພຣະວິນຍານມີອິດທິພົນຕໍ່ຂ້ານ້ອຍ". (ເບິງ: rc://*/ta/man/translate/figs-idiom).

ວັນຂອງອົງພຣະຜູ້ເປັນເຈົ້າ

ມື້ຂອງການນະມັສະການສໍາລັບຜູ້ເຊື່ອໃນພຣະຄຣິດ.

ສຽງດັງຄ້າຍຄືສຽງແກ

ສຽງດັງຫລາຍຈົນຟັງແລ້ວຄືກັບສຽງແກ. (ເບິ່ງ: rc://*/ta/man/translate/figs-simile)

ແກ

ສິ່ງນີ້ຫມາຍເຖິງເຄື່ອງດົນຕຣີ ຫລື ການຮຽກຮ້ອງໃຫ້ຄົນມາເຕົ້າໂຮມກັນເພື່ອການປະກາດ ຫລື ການປະຊຸມ.

ເມືອງຊະມີນາ, ເມືອງເປຄາໂມ, ເມືອງທົວເຕຣາ, ເມືອງຊາເດ, ເມືອງຟີລາເດັນເຟຍ ແລະ ເມືອງລາວດີເກອາ

ຊື່ເຫລົ່ານີ້ແມ່ນບັນດາຕົວເມືອງໃນອາຊີ, ເຊິ່ງປະຈຸບັນເປັນປະເທດຕຸຣະກີ. (ເບິ່ງ: rc://*/ta/man/translate/translate-names)