lo_tn/rev/01/04.md

4.2 KiB

ຂໍ້ມູນທົ່ວໄປ:

ຈຸດເລີ່ມຕົ້ນຂອງການຂຽນຈົດຫມາຍ. ທ່ານໃຊ້ຊື່ທ່ານໃນການຂຽນ ແລະ ອວຍພຣະພອນແກ່ຜູ້ທີ່ເພິ່ນຂຽນເຖິງ.

ຂໍໃຫ້ທ່ານທັງຫລາຍໄດ້ຮັບພຣະຄຸນ ແລະ ສັນຕິສຸກຈາກພຣະອົງຜູ້ຊົງ... ແລະຈາກພຣະວິນຍານທັງເຈັດ...ແລະ ມາຈາກອົງພຣະເຢຊູຄຣິດເຈົ້າ

ນີ້ຄືພຣະປະສົງ ຫລື ພຣະພອນ. ໂຢຮັນເວົ້າວ່າມັນຄືພຣະປະສົງທີ່ພຣະເຈົ້າສາມາດໃຫ້ໄດ້, ພວກເຂົາຫວັງໃນຄວາມຈິງທີ່ພຣະເຈົ້າເຮັດເພື່ອຄົນຂອງພຣະອົງ. ເເປອີກຢ່າງວ່າ: “ຂໍໃຫ້ເປັນຜູ້ນັ້ນ...ແລະ ວິນຍານທັງເຈັດ...ພຣະເມດຕາຄຸນຂອງພຣະເຢຊູທີ່ມີຕໍ່ເຮົາ ແລະຊ່ວຍໃຫ້ເຮົາມີຊີວິດສັນຕິສຸກ ແລະ ປອດພັຍ”. (ເບິ່ງ: rc://*/ta/man/translate/figs-abstractnouns)

ມາຈາກຜູ້ທີ່ເປັນຢູ່

"ມາຈາກພຣະເຈົ້າ, ຜູ້ທີ່ເປັນ".

ຜູ້ທີ່ຈະມາ

ຜູ້ທີ່ກ່າວໃວ້ໃນອະນາຄົດວ່າຈະມາ. (ເບິ່ງ: rc://*/ta/man/translate/figs-metaphor)

ພຣະວິນຍານທັງເຈັດ

ເລກເຈັດຄື ສັນຍາລັກສຳລັບຄວາມຄົບບໍຣິບູນ ແລະ ຄວາມສົມບູນແບບ. "ພຣະວິນຍານທັງເຈັດ" ຫມາຍເຖິງ ວິນຍານຂອງພຣະເຈົ້າ ຫລື ວິນຍານທີ່ຮັບໃຊ້ພຣະເຈົ້າ.

ລູກຫົວປີຜູ້ທີ່ຄືນຈາກຕາຍ

"ຄົນທຳອິດທີ່ເຮັດໃຫ້ເປັນມາຈາກຕາຍ".

ຊົງຕັ້ງເຮົາໃຫ້ເປັນຣາດຊະອານາຈັກ ແລະ ເປັນປະໂລຫິດ

"ຊົງແຕ່ງຕັ້ງເຮົາ, ຄອບຄອງເຫນືອເຮົາ ແລະ ແຕ່ງຕັ້ງໃຫ້ເຮົາເປັນປະໂລຫິດ".

ພຣະເຈົ້າ ແລະ ພຣະບິດາຂອງພຣະອົງ

ເປັນຜູ້ດຽວ. ແປໄດ້ອີກຢ່າງຄື "ພຣະເຈົ້າພຣະບິດາຂອງຂ້າພຣະອົງ".

ພຣະບິດາ

ເປັນການກ່າວເຖິງພຣະນາມຂອງພຣະເຈົ້າ ທີ່ສຳຄັນຄືການກວ່າເຖິງຄວາມສຳພັນ ລະຫວ່າງພຣະເຈົ້າກັບພຣະເຢຊູ. (ເບິ່ງ : rc://*/ta/man/translate/guidelines-sonofgodprinciples)

ຂໍພຣະກຽຕ ແລະ ຣິດທານຸພາບຈົ່ງມີແກ່ເຂົາ

ນີ້ຄືຄວາມປຣາຖນາ ຫລື ຄຳອະທິຖານ ຄວາມຫມາຍທີ່ເປັນໄປໄດ້ຄື 1) "ຂໍໃຫ້ຄົນຍົກຍ້ອງກຽດຕິຍົດ ແລະ ຣິດທານຸພາບຂອງພຣະອົງ" ຫລື 2) "ຂໍໃຫ້ພຣະອົງໄດ້ຮັບກຽດຕິຍົດ ແລະຣິດທານຸພາບ" ໂຢຮັນ ໄດ້ອະທິຖານຂໍໃຫ້ພຣະເຢຊູຄຣິດໄດ້ຮັບກຽດຕິຍົດ , ຊົງຄອບຄອງເຫນືອທຸກຄົນ ແລະ ທຸກສິ່ງທັງສິ້ນ.(ເບິ່ງ: rc://*/ta/man/translate/figs-abstractnouns)

ຣິດທານຸພາບ

ຄຳນີ້ ອາດຈະຫມາຍເຖິງສິດທິອຳນາດຂອງພຣະອົງໃນການເປັນກະສັດ