lo_tn/psa/147/017.md

2.4 KiB

ພ​ຣະ​ອົງ​ຊົງ​ໂຍນ​ລູກ​ເຫັບ​ຂອງ​ພ​ຣະ​ອົງ​ລົງມາແຂງເຫມືອນ​ຂີ້ຫີນ

ພຣະຢາເວກະແຈກກະຈາຍລູກເຫັບໄດ້ຢ່າງງ່າຍດາຍເປັນບຸກຄົນທີ່ຈະກະແຈກກະຈາຍ ກ້ອນຫີນ. ອາດແປໄດ້ອີກວ່າ: "ພ​ຣະ​ອົງ​ໂຍນຫມາກເຫັບໄດ້ຢ່າງງ່າຍ, ຄືກັບວ່າມັນເປັນຫີນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ພ​ຣະ​ອົງ​ຊົງ​ໂຍນ

"ພ​ຣະ​ອົງ​ສົ່ງ"

​ລູກ​ເຫັບ

ກ້ອນນ້ອຍໆທີ່ຕົກລົງມາຈາກທ້ອງຟ້າ ຄືກັບຝົນຕົກ

ບໍ່ມີໃຜ​ຈະ​ທົນ​ທານ​ຄວາມ​ຫນາວ​ຂອງພ​ຣະ​ອົງ​ໄດ້?

ນັກຂຽນໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າມັນເປັນເລື່ອງຍາກທີ່ຈະອົດທົນກັບສະພາບອາກາດເຢັນທີ່ພຣະຢາເວກໍ່ໃຫ້ເກີດນັ້ນ. ອາດແປໄດ້ອີກວ່າ: "ບໍ່ມີໃຜສາມາດອາໄສຢູ່ໃນອາກາດເຢັນທີ່ພ​ຣະ​ອົງ​ໄດ້ສົ່ງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

​ພຣະ​ອົງ​ສົ່ງ​ພ​ຣະ​ບັນ​ຊາ​ຂອງພຣະ​ອົງ​ອອກ​ໄປ​ແລະ​ລະ​ລາຍ​ພວກ​ມັນເສຍ

ນັກຂຽນເວົ້າເຖິງຄຳສັ່ງຂອງພຣະຢາເວຄືກັບວ່າ​ເປັນຜູ້ສົ່ງຂ່າວສານຂອງພ​ຣະ​ອົງ​. ຄຳວ່າ "ຄຳສັ່ງ" ສາມາດແປເປັນຄຳກິລິຍາໄດ້. ອາດແປໄດ້ອີກວ່າ: "ພ​ຣະ​ອົງ​ສັ່ງໃຫ້ນ້ຳກ້ອນລະລາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-abstractnouns]])