lo_tn/psa/132/017.md

3.4 KiB

​ເຮົາ​ຈະ​ເຮັດ​ເຂົາ​ອັນ​ຫນຶ່ງງອກ​ຂຶ້ນ​ມາ​ສຳ​ລັບ​ດາ​ວິດ

ພຣະເຈົ້າກ່າວເຖິງເຊື້ອສາຍດາວິດຜູ້ມີອຳນາດ ຄືກັບວ່າລາວເປັນເຂົາອັນທີ່ມີອຳນາດສູງຂອງສັດຫນຶ່ງ. ອາດແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ເຊື້ອສາຍຂອງດາວິດກາຍເປັນກະສັດຫລັງຈາກລາວ" ຫລື "ເຮົາຈະເຮັດໃຫ້ດາວິດມີເຊື້ອສາຍທີ່ຈະເປັນກະສັດທີ່ມີອຳນາດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ຕັ້ງ​ຕະ​ກຽງ​ດວງ​ຫນຶ່ງ​ສຳ​ລັບ​ຜູ້​ທີ່​ເຮົາ​ໄດ້​ຫົດສົງ​ໄວ້​ຂອງ​ເຮົາ

ພຣະເຈົ້າກ່າວເຖິງການເຮັດໃຫ້ເຊື້ອສາຍຂອງດາວິດສືບຕໍ່ປົກຄອງເປັນກະສັດຄືກັບວ່າພວກເຂົາເປັນໂຄມໄຟທີ່ຈະສ່ອງແສງຕໍ່ໄປ. ອາດແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ລູກຫລານຂອງຜູ້ຖືກເຈີມຂອງເຮົາສືບຕໍ່ປົກຄອງເປັນກະສັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຜູ້​ທີ່​ເຮົາ​ໄດ້​ຫົດສົງ​ໄວ້​ຂອງ​ເຮົາ

"ກະສັດທີ່ເຮົາໄດ້ເລືອກ" ຫລື "ກະສັດທີ່ເຮົາໄດ້ຊົງເລືອກໄວ້"

ເຮົາ​ຈະ​ສວມ​ຄວາມ​ອາຍ​ແກ່​ສັດ​ຕູຂອງ​ເຂົາ

ຄວາມອັບອາຍ ແມ່ນເວົ້າເຖິງຄືກັບວ່າມັນແມ່ນເຄື່ອງນຸ່ງ. ຄວາມອັບອາຍນີ້ຈະເປັນຜົນມາຈາກການສູນເສຍໃນສົງຄາມ. ອາດແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ສັດຕູຂອງເຂົາຖືກອັບອາຍ" ຫລື "ເຮົາຈະເຮັດໃຫ້ສັດຕູຂອງເຂົາເສີຍຫາຍ ແລະອັບອາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor) .

ຈະ​ສວມ​ລາວ​ດ້ວຍ​ມົງ​ກຸດ​ຊຶ່ງ​ຈະ​ເປັ່ງ​ປະ​ກາຍ

ມົງກຸດເປັນຕົວແທນໃຫ້ແກ່ການປົກຄອງຂອງພຣະອົງ, ແລະ ຄວາມຍິ່ງໃຫຍ່ໄດ້ຖືກກ່າວເຖິງວ່າເປັ່ງ​ປະ​ກາຍ. ອາດແປໄດ້ອີກວ່າ: "ລາວຈະເປັນກະສັດທີ່ຍິ່ງໃຫຍ່" ຫລື "ຄວາມຍິ່ງໃຫຍ່ຂອງລາວຈະສະຫວ່າງແຈ້ງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]])