lo_tn/psa/132/006.md

4.4 KiB

ພວກ​ຂ້າ​ນ້ອຍ​ໄດ້​ຍິນ​ເລື່ອງ​ນີ້​ໃນ​ເອ​ຟ​ຣາ​ທາ

ຄຳວ່າ "ມັນ" ອາດຈະຫມາຍເຖິງບ່ອນທີ່ສັກສິດຂອງພຣະເຈົ້າຢູ່. ປະໂຫຍກທີ່ວ່າ "ໃນ​ເອ​ຟ​ຣາ​ທາ" ອາດຈະຫມາຍເຖິງບ່ອນທີ່ພວກເຂົາຢູ່ໃນເວລາທີ່ພວກເຂົາໄດ້ຍິນກ່ຽວກັບມັນ. ສິ່ງນີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ພວກເຮົາຜູ້ທີ່ຢູ່ໃນ​ເອ​ຟ​ຣາ​ທາໄດ້ຍິນກ່ຽວກັບບ່ອນທີ່ສັກສິດ" ຫລື "ພວກເຮົາຢູ່ໃນເອ​ຟ​ຣາ​ທາໄດ້ຍິນວ່າຫີບສັກສິດຢູ່ໃນ​ເຢ​ອາ​ຣິມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

​ທົ່ງ​ນາ​ຂອງ​ເຢ​ອາ​ຣິມ

​ເຢ​ອາ​ຣິມແມ່ນຊື່ອື່ນສຳລັບເມືອງກິຣິອາດ ​ເຢ​ອາ​ຣິມ. ນີ້ອາດຫນາຍເຖິງທົ່ງນາທີ່ຢູ່ອ້ອມຕົວເມືອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ພວກ​ຂ້າ​ນ້​ອຍ​ຈະ​ໄດ້​ນະ​ມັດ​ສະ​ການ​ທີ່​ແທ່ນ​ຮອງ​ຕີນ​ຂອງ​ພ​ຣະ​ອົງ

ການນະມັດສະການພຣະເຈົ້າຢູ່ຫີບແຫ່ງພັນທະສັນຍາແມ່ນເວົ້າເຖິງການຄຸເຂົ່າລົງທີ່ຕີນຂອງກະສັດທີ່ນັ່ງເທິງບັນລັງຂອງພຣະອົງ. ສິ່ງນີ້ສື່ສານເຖິງຄວາມຖ່ອມຕົວ ແລະການຍອມຢູ່ໃຕ້ພຣະເຈົ້າ. ອາດແປໄດ້ອີກວ່າ: "ພວກເຮົາຈະໄປທີ່ຫີບພັນທະສັນຍາຂອງພຣະເຈົ້າ ແລະນະມັດສະການພຣະອົງໃນຖານະເປັນກະສັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ລຸກ​ຂຶ້ນ​, ໄປ​ຍັງ​ທີ່​ປະ​ທັບ​ຂອງ​ພ​ຣະ​ອົງ

ພະຍັນຊະນະ "ມາ" ສາມາດລະບຸໄດ້ຢ່າງຈະແຈ້ງ. "ຈົ່ງລຸກຂຶ້ນເຖີດ, ໂອ້ພຣະອົງເຈົ້າເອີຍ, ແລະ ມາທີ່ສະຖານທີ່ພັກຜ່ອນຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ທີ່​ປະ​ທັບ​ຂອງ​ພ​ຣະ​ອົງ

ສະຖານທີ່ໆພຣະເຈົ້າໄດ້ເລືອກໃຫ້ຜູ້ຄົນນະມັດສະການພຣະອົງເວົ້າເຖິງບ່ອນທີ່ພຣະອົງພັກຜ່ອນຫລືອາໄສຢູ່ຕະຫລອດໄປ. ອາດແປໄດ້ອີກວ່າ: "ສະຖານທີ່ໆທ່ານຢູ່" ຫລື "ຫໍເຕັນຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທັງ​ພ​ຣະ​ອົງ​ແລະ​ຫີບ​ແຫ່ງ​ອາ​ນຸ​ພາບ​ຂອງ​ພ​ຣະ​ອົງ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ເຂົ້າມາໃນຫີບແຫ່ງກຳລັງຂອງເຈົ້າ" ຫລື 2) "ມາ, ແລະເຮັດໃຫ້ຫີບຂອງກຳລັງຂອງເຈົ້າມາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

​ຫີບ​ແຫ່ງ​ອາ​ນຸ​ພາບ​ຂອງ​ພ​ຣະ​ອົງ

"ຫີບທີ່ສະແດງໃຫ້ເຫັນລິດເດດອັນຍິ່ງໃຫຍ່ຂອງພຣະອົງ"