lo_tn/psa/131/001.md

2.7 KiB

ຂໍ້​ມູນ​ທົ່ວ​ໄປ:

ການຂະຫນານແມ່ນພົບທົ່ວໄປໃນບົດກະວີເຮັບເຣີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]])

ບົດ​ເພງ​ຂອງ​ອາ​ເຊັດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ເພງທີ່ຄົນຮ້ອງໃນຂະນະທີ່ຂຶ້ນໄປເມືອງເຢລູຊາເລັມເພື່ອການສະເຫລີມສະຫລອງ" ຫລື 2) "ເພງທີ່ຄົນຮ້ອງໃນຂະນະທີ່ຂຶ້ນຂັ້ນໄດເຂົ້າໄປໃນພຣະວິຫານ" ຫລື 3) "ເພງເຊິ່ງຄຳເວົ້ານັ້ນຄ້າຍຄືຂັ້ນໄດ." ເບິ່ງວິທີທີ່ທ່ານແປນີ້ໃນ 120:1

ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ບໍ່​ໄດ້​ອວດ​ຕົວ. ແລະ​ຕາ​ຂອງ​ຂ້າ​ນ້ອຍ​ບໍ່​ໄດ້​ຈອງ​ຫອງ

ຫົວໃຈ ແລະຕາແມ່ນຕົວແທນຂອງບຸກຄົນ. ອາດແປໄດ້ອີກວ່າ: "ຂ້ອຍບໍ່ມີຄວາມພູມໃຈ ຫລື ເປັນຄົນຈອງຫອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຂ້າ​ນ້ອຍ​ບໍ່​ໄດ້​ມີ​ຄວາມ​ຫວັງ​ທີ່​ຍິ່ງ​ໃຫຍ່​ສຳ​ລັບ​ຕົວ​ເອງ​

ຄວາມຫມາຍທີ່ເປັນໄປໄດ້ແມ່ນ "ຂ້ານ້ອຍບໍ່ຄາດຫວັງວ່າຈະເຮັດສິ່ງທີ່ຍິ່ງໃຫຍ່" ຫລື "ຂ້ານ້ອຍບໍ່ຄິດວ່າຂ້ານ້ອຍເປັນຄົນທີ່ຍິ່ງໃຫຍ່."

ສິ່ງ​ຕ່າງໆທີ່​ເກີນ​ຕົວ​ຂອງ​ຂ້າ​ນ້ອຍ

ສິ່ງທີ່ຍາກເກີນໄປສຳລັບບຸກຄົນທີ່ຈະເຂົ້າໃຈໄດ້ຖືກກ່າວເຖິງຄືກັບວ່າພວກເຂົາຢູ່ເຫນືອຄົນອື່ນ ຫລືຢູ່ໄກຈາກຄົນທີ່ຈະສາມາດເຂົ້າຫາພວກເຂົາ. ອາດແປໄດ້ອີກວ່າ: "ສິ່ງທີ່ເຂົ້າໃຈຍາກເກີນໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)