lo_tn/psa/128/003.md

2.8 KiB

​ເປັນ​ຢ່າງ​ຕົ້ນ​ອະ​ງຸ່ນ​ພັນດີຫມາກ​ດົກງາມ; ຢູ່​ພາຍ​ໃນ​ບ້ານ​ຂອງ​ເຈົ້າ

ພັນລະຍາໄດ້ຖືກກ່າວເຖິງວ່າເປັນເຄືອທີ່ອອກໄມ້ຫລາຍ. ນີ້ຫມາຍຄວາມວ່າເດັກນ້ອຍເປັນ ຫມາກໄມ້ ແລະເມຍຈະມີລູກເປັນຈຳນວນຫລວງຫລາຍ. ອາດແປໄດ້ອີກວ່າ: "ຜະລິດຕະຜົນຫລາຍ ແລະໃຫ້ລູກຫລາຍແກ່ທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ລູກໆຂອງ​ເຈົ້າຈະ​ເປັນ​ຄື​ບັນ​ດາ​ຕົ້ນ​ຫມາກກອກ

ເດັກນ້ອຍຖືກປຽບທຽບກັບຕົ້ນຫມາກກອກ ເພາະວ່າວິທີການທີ່ພວກມັນເຕີບໃຫຍ່ຈະອ້ອມຮອບສິ່ງໃດສິ່ງຫນຶ່ງ. ເດັກນ້ອຍຈະອ້ອມໂຕະ ແລະເຮັດໃຫ້ມັນເຕັມ. ອາດແປໄດ້ອີກວ່າ: "ເຈົ້າຈະມີລູກຫລາຍຄົນທີ່ຈະເຕີບໃຫຍ່ ແລະຈະເລີນຮຸ່ງເຮືອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ອ້ອມ​ໂຕະ​ຂອງ​ເຈົ້າ

ນີ້ຫມາຍເຖິງສະຖານທີ່ທີ່ຄອບຄົວເຕົ້າໂຮມກັນກິນ. ປົກກະຕິແລ້ວ, ທຸກໆຄົນທີ່ກິນຮ່ວມໂຕະຂອງຜູ້ຊາຍແມ່ນຢູ່ພາຍໃຕ້ສິດອຳນາດ ຫລືການຄວບຄຸມຂອງລາວ.

ຄົນ​ທີ່​ຖວາຍ​ພ​ຣະ​ກຽດແດ່​ພ​ຣະ​ຢາ​ເວ, ​ຈະ​ໄດ້​ຮັບ​ພ​ຣະ​ພອນ

ນີ້ສາມາດຖືກລະບຸວ່າເປັນຄຳກິລິຍາກົງ. "ພຣະຢາເວຈະເປັນພອນໃຫ້ແກ່ຜູ້ທີ່ໃຫ້ກຽດພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຕະ​ຫລອດ​ວັນ​ຄືນ​ແຫ່ງ​ຊີ​ວິດ​ຂອງ​ເຈົ້າ

"ຕະຫລອດຊີວິດຂອງທ່ານ"

ຂໍ​ໃຫ້​ສັນ​ຕິ​ສຸກ​ມີ​ຢູ່​ໃນ​ອິ​ດສະ​ລາ​ເອນ

"ຂໍໃຫ້ອິດສະລາເອນມີສັນຕິພາບ"