lo_tn/psa/120/003.md

3.0 KiB

​ພ​ຣະ​ອົງ​ຈະ​ລົງ​ໂທດ​ແກ່​ພວກ​ເຈົ້າ, ແລະ ​ພ​ຣະ​ອົງ​ຈະ​ຊົງ​ເຮັດ​ສິ່ງ​ໃດ​ແກ່​ພວກ​ເຈົ້າ​ອີກ, ພວກ​ເຈົ້າ​ຜູ້​ຊຶ່ງ​ມີ​ລີ້ນ​ທີ່​ຫລອກ​ລວງ?

ນັກຂຽນຖາມວ່ານີ້ແມ່ນຄຳຖາມອັນຫນຶ່ງທີ່ຈະອະທິບາຍວ່າພຣະເຈົ້າຈະເຮັດຫຍັງກັບຄົນຂີ້ຕົວະ. ຄຳຖາມນີ້ສາມາດແປເປັນຄຳເວົ້າ. ອາດແປໄດ້ອີກວ່າ: "ນີ້ແມ່ນວິທີທີ່ພຣະເຈົ້າຈະລົງໂທດທ່ານ, ແລະ ນີ້ແມ່ນສິ່ງທີ່ພຣະອົງຈະເຮັດກັບທ່ານ, ທ່ານຜູ້ທີ່ມີລີ້ນທີ່ຕົວະ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພວກ​ເຈົ້າ​ຜູ້​ຊຶ່ງ​ມີ​ລີ້ນ​ທີ່​ຫລອກ​ລວງ

ໃນນີ້ "​ລີ້ນ​ທີ່​ຫລອກ​ລວງ" ຕົວແທນຂອງຄົນທີ່ເວົ້າຕົວະ. ອາດແປໄດ້ອີກວ່າ: "ເຈົ້າທີ່ເວົ້າຕົວະ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ພ​ຣະ​ອົງ​ຈະ​ຊົງ​ລົງ​ໂທດ​ພວກ​ເຈົ້າ​ດ້ວຍ​​ລູກ​ທະ​ນູ​ຂອງ​ນັກ​ຮົບ​

ນັກຂຽນເວົ້າກ່ຽວກັບພຣະເຈົ້າລົງໂທດຄົນຂີ້ຕົວະຢ່າງຫນັກຄືກັບວ່າພຣະເຈົ້າກຳລັງຍິງພວກເຂົາດ້ວຍລູກສອນ. ອາດແປໄດ້ອີກວ່າ: "ພຣະອົງຈະລົງໂທດທ່ານຢ່າງຮຸນແຮງ, ຄືກັບວ່າພຣະອົງກຳລັງຍິງທ່ານດ້ວຍລູກສອນຂອງນັກຮົບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແຫລມ​ຄົມ​ໂດຍ​ການ​ເຜົາ​ດ້ວຍ​ຖ່ານ​ຂອງ​ຕົ້ນ​ຊາກ

ນີ້ຫມາຍເຖິງວິທີທີ່ຄົນເຮົາເອົາປາຍລູກສອນໃສ່ໄຟ. ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະອົງໄດ້ເຮັດໃຫ້ຄົມ ໂດຍຜ່ານການເຜົາຖ່ານຂອງຕົ້ນຊາກ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]]), [[rc:///ta/man/translate/figs-activepassive]]).