lo_tn/psa/119/133.md

2.1 KiB

​ຂໍ​ຊົງ​ນຳ​ຢ່າງ​ຕີນ​ຂອງ​ຂ້າ​ນ້ອຍ​

ນີ້ແມ່ນຄຳວ່າ "ບາດກ້າວ" ເປັນຕົວແທນໃຫ້ນັກຂຽນໃນຂະນະທີ່ລາວກຳລັງຍ່າງ. ລາວເວົ້າເຖິງວິຖີຊີວິດຂອງລາວ, ຫລືການປະພຶດຂອງລາວ, ຄືກັບວ່າລາວກຳລັງເດີນໄປໃນເສັ້ນທາງ. ອາດແປໄດ້ອີກວ່າ: "ຊີ້ນຳຂ້ານ້ອຍ" ຫລື "ສອນຂ້ານ້ອຍກ່ຽວກັບວິທີການດຳລົງຊີວິດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metaphor]])

ຂໍ​ຢ່າ​ຊົງ​ໃຫ້​ຄວາມ​ບາບ​ໃດໆ ມີ​ອຳ​ນາດ​ເຫນືອ​ຂ້າ​ນ້ອຍ

ຜູ້ຂຽນເວົ້າກ່ຽວກັບຄວາມບາບ ຄືກັບວ່າມັນແມ່ນບຸກຄົນທີ່ມີສິດອຳນາດເຫນືອລາວ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ຢ່າປ່ອຍໃຫ້ຂ້ານ້ອຍເຮັດບາບຢ່າງເປັນປະຈຳ" ຫລື 2) "ຢ່າປ່ອຍໃຫ້ຄົນບາບປົກຄອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຂໍ​ຊົງ​ໄຖ່​ຂ້າ​ນ້ອຍ​ໃຫ້​ພົ້ນ​ການ​ກົດ​ຂີ່​ຂົ່ມ​ເຫັງ​ຂອງ​ມະ​ນຸດ

ຄຳວ່າການກົດຂີ່ຂູດຮີດສາມາດແປເປັນຄຳກິລິຍາ. ອາດແປໄດ້ອີກວ່າ: "ຊ່ວຍຂ້ານ້ອຍໃຫ້ລອດຈາກຄົນທີ່ກົດຂີ່ຂົ່ມເຫັງຄົນອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)