lo_tn/psa/116/003.md

2.4 KiB

ຂໍ້​ມູນ​ທົ່ວ​ໄປ:

ຜູ້ທີ່ແຕ່ງບົດເພງສັນລະເສີນນີ້ສືບຕໍ່ເວົ້າ.

ເຊືອກ​ແຫ່ງ​ຄວາມ​ຕາຍ​​ໄດ້​ອ້ອມ​ຂ້າ​ນ້ອຍ

ນັກຂຽນເວົ້າເຖິງຄວາມຕາຍຄືກັບວ່າມັນເປັນຄົນທີ່ສາມາດຈັບຕົວລາວ ແລະ ມັດລາວດ້ວຍເຊືອກ. ເບິ່ງວິທີທີ່ທ່ານແປສິ່ງນີ້ໃນ 18:4. ອາດແປໄດ້ອີກວ່າ: "ຂ້ອຍຮູ້ສຶກຄືກັບວ່າຂ້ອຍກຳລັງຈະຕາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-metaphor]])

ບ້ວງ​ແຫ່ງ​ແດນ​ຄົນ​ຕາຍ​ໄດ້​ຈັບ​ຂ້າ​ນ້ອຍ​ໄວ້

ນັກຂຽນເວົ້າກ່ຽວກັບ "ເຊໂອນ," ສະຖານທີ່ຂອງຄົນຕາຍ, ຄືກັບວ່າມັນແມ່ນຄົນທີ່ສາມາດດັກລາວດ້ວຍແຮ້ວ. ອາດແປໄດ້ອີກວ່າ: "ຂ້ອຍຮູ້ສຶກຄືກັບວ່າຂ້ອຍພ້ອມທີ່ຈະເຂົ້າໄປໃນບ່ອນຝັງສົບ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-metaphor]])

​ຮ້ອງຫາ​ອອກ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ​

ຕໍ່ໄປນີ້ຄໍາວ່າ "ຊື່" ເປັນຕົວແທນໃຫ້ແກ່ພຣະຢາເວ. ອາດແປໄດ້ອີກວ່າ: "ຮ້ອງອອກມາຫາພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຊ່ວຍ​ຊີວິດ​ຂ້າ​ນ້ອຍ​

ນີ້ແມ່ນຄຳວ່າ "ຊີວິດ" ເປັນຕົວແທນຂອງບຸກຄົນ. ອາດແປໄດ້ອີກວ່າ: "ກູ້ເອົາຂ້ານ້ອຍ" ຫລື "ຮັກສາຂ້ານ້ອຍຈາກການຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)