lo_tn/psa/105/037.md

3.1 KiB

​ພ​ຣະ​ອົງ​ໄດ້​ຊົງ​ນຳ​ຄົນ​ອິ​ສະ​ຣາ​ເອນ​ອອກ​ໄປ​ພ້ອມ​ກັບ​ເງິນ ​ແລະ​ທອງ​ຄຳ

ເມື່ອຊາວອິດສະຣາເອນອອກຈາກປະເທດເອຢິບພວກເຂົາເອົາເງິນ ແລະ ຄຳໄປນຳ. ອາດແປໄດ້ອີກວ່າ: "ພ​ຣະ​ອົງ​ໄດ້ນຳເອົາຊາວອິດສະຣາເອນອອກຈາກປະເທດເອຢິບດ້ວຍເງິນ ແລະຄຳໃນການຄອບຄອງຂອງພວກເຂົາ" (ເບິ່ງ: rc://*/ta/man/translate/figs-explicit)

ບໍ່​ມີ​ຈັກ​ຄົນ​ຫນຶ່ງ​ໃນ​ເຜົ່າ​ຂອງ​ພ​ຣະ​ອົງ​ສະ​ດຸດ​ຕາມ​ທາງ.

ບໍ່ມີໃຜຖືກປະຖິ້ມໄວ້. ສິ່ງນີ້ສາມາດເວົ້າໄດ້ໃນແງ່ດີ ອາດແປໄດ້ອີກວ່າ: "ທຸກໆຊົນເຜົ່າຂອງພ​ຣະ​ອົງ​ແມ່ນສາມາດເດີນທາງໄປໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublenegatives)

ເອ​ຢິບ​ໄດ້​ຍິນ​ດີ

ໃນນີ້ "ເອຢິບ" ຫມາຍເຖິງຄົນທີ່ອາໄສຢູ່ໃນເອຢີບ. ອາດແປໄດ້ອີກວ່າ: ປະຊາຊົນເອຢີບໄດ້ຍິນດີ (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ພ​ຣ​ະ​ອົງ​ໄດ້​​ກາງ​ເມກ​ເປັນ​ເຄື່ອງ​ກຳ​ບັງ

ຕໍ່ໄປນີ້ຜູ້ຂຽນເພງສັນລະເສີນໄດ້ອະທິບາຍເຖິງພຣະຢາເວໄດ້ວາງເມກໃນທ້ອງຟ້າຄືກັບວ່າ ພ​ຣະ​ອົງ​ກຳລັງຫວ່ານແຫ. ເມກແມ່ນ "ການປົກຄຸມ" ເພື່ອປົກປ້ອງພວກເຂົາຈາກແດດ. ອາດແປໄດ້ອີກວ່າ: "ພ​ຣະ​ອົງ​ວາງເມກໃນທ້ອງຟ້າເພື່ອປົກປ້ອງພວກເຂົາຈາກແດດ ແລະຄວາມຮ້ອນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-explicit]])

ໄດ້​ຊົງ​ໃຫ້​ໄຟ​ສ່ອງ​ສະ​ຫວ່າງ​ເວ​ລາ​ກາງ​ຄືນ

ພຣະຢາເວວາງເສົາໄຟຢູ່ເທິງຟ້າເພື່ອໃຫ້ແສງສະຫວ່າງໃນຕອນກາງຄືນ. ອາດແປໄດ້ອີກວ່າ: "ວາງໄຟໃຫ້ມັນເປັນທ້ອງຟ້າເພື່ອໃຫ້ແສງສະຫວ່າງໃນຕອນກາງຄືນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)