lo_tn/psa/098/007.md

2.9 KiB

ໃຫ້​ທະ​ເລ​ກັບ​ທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ໂຫ່​ຮ້ອງ

ຜູ້ຂຽນເພງສັນລະເສີນເວົ້າຄືກັບວ່າທະເລແມ່ນຄົນທີ່ສາມາດຮ້ອງຫາພຣະເຈົ້າໄດ້. ອາດແປໄດ້ອີກວ່າ: "ປ່ອຍໃຫ້ມັນເປັນຄືກັບທະເລແລະ ທຸກສິ່ງທຸກຢ່າງໃນມັນຮ້ອງອອກມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ອີກ​ທັງ​ແຜ່ນ​ດິນ​ໂລກ​ກັບ​ບັນ​ດາ​ຜູ້​ອາ​ສັຍ​ຢູ່​ໃນ​ນັ້ນ

ຜູ້ຂຽນເພງສັນລະເສີນເວົ້າເຊັ່ນວ່າໂລກນີ້ເປັນຄົນ. ອາດແປໄດ້ອີກວ່າ: "ແລະໃຫ້ໂລກ ແລະຜູ້ທີ່ອາໃສຢູ່ໃນນັ້ນຮ້ອງອອກມາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-ellipsis]] ແລະ [[rc:///ta/man/translate/figs-personification]])

ໃຫ້​ແມ່​ນ້ຳ​ທັງ​ຫລາຍ​ຕົບ​ມື​ຂອງ​ພວກ​ມັນ ແລະ​ໃຫ້​ບັນດາ​ພູ​ເຂົາ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຊື່ນ​ບານ

ຜູ້ຂຽນເພງສັນລະເສີນເວົ້າຄືກັບແມ່ນ້ຳ ແລະພູເຂົາເປັນຄົນທີ່ສາມາດຕົບມືແລະຮ້ອງ. ອາດແປໄດ້ອີກວ່າ: "ຂໍໃຫ້ມັນເປັນຄືກັບວ່າແມ່ນໍ້າ ກຳລັງຕົບມື ແລະພູເຂົາຮ້ອງອອກມາດ້ວຍຄວາມສຸກ" (ເບິ່ງເພີີ່ມເຕີມ: rc://*/ta/man/translate/figs-personification).

ໂລກ​ ... ຊົນຊາດ

ປະໂຫຍກເຫລົ່ານີ້ແມ່ນຄຳອຸປະມາສຳລັບ "ຄົນໃນໂລກ" ແລະ "ຄົນທີ່ອາໄສຢູ່ໃນປະເທດຕ່າງໆ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ຍຸ​ຕິ​ທັມ

"ພຣະອົງຈະຕັດສິນປະຊາຊາດດ້ວຍຄວາມຍຸຕິ ທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

​ດ້ວຍ​ຄວາມ​ຍຸ​ຕິ​ທັມ

"ດ້ວຍຄວາມຊື່ສັດ" ຫລື "ໃຊ້ມາດຕະຖານດຽວກັນກັບທຸກໆຄົນ"