lo_tn/psa/096/011.md

5.3 KiB

ຈົ່ງ​ໃຫ້​ຟ້າ​ສະ​ຫວັນ​ຍິນ​ດີ, ແລະ​ຜ່ານ​ດິນ​ໂລກຊື່ນຊົມ​ຍິນ​ດີ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ທີ່ຜູ້ຂຽນເພງສັນລະເສີນເວົ້າຄືກັບວ່າ "ຟ້າສະຫວັນ" ແລະ "ແຜ່ນດິນໂລກ" ມີຄວາມຮູ້ສຶກຄືກັບຄົນ. "ຂໍໃຫ້ມັນເປັນຄືວ່າສະຫວັນດີໃຈ ແລະແຜ່ນດິນໂລກປິຕິຍິນດີ" ຫລື 2) "ໃຫ້ຜູ້ທີ່ຢູ່ໃນສະຫວັນດີໃຈ ແລະໃຫ້ຜູ້ທີ່ອາໄສຢູ່ເທິງແຜ່ນດິນໂລກມີຄວາມສຸກ" (ເບິ່ງເພີ່ໃເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-metonymy]])

ໃຫ້​ທະ​ເລ​ສົ່ງ​ສຽງ​ກຶກ​ກ້ອງ​ແລະ​ທຸກ​ຢ່າງ​ທີ່​ຢູ່​ໃນ​ນັ້ນ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ

"ໃຫ້ສຽງທະເລດັງຄືກັບຫລາຍໆຄົນທີ່ຍ້ອງຍໍສັນລະເສີນພຣະຢາເວ, ແລະໃຫ້ມັນເປັນຄືກັບວ່າຜູ້ທີ່ອາໄສຢູ່ໃນທະເລຮ້ອງອອກມາດ້ວຍຄວາມສຸກ"

ໃຫ້​ທົ່ງ​ນາ​ທັງ​ຫລາຍ​ແລະ​ທຸກ​ຢ່າງ​ທີ່​ຢູ່​ໃນ​ນັ້ນຊື່ນຊົມ​ຍິນ​ດີ

"ຂໍໃຫ້ທົ່ງນາ ແລະທຸກສິ່ງທີ່ຢູ່ໃນນັ້ນຊື່ນຊົມ​ຍິນ​ດີ." ຜູ້ຂຽນເພງສັນລະເສີນເວົ້າຄືກັບວ່າ "ທົ່ງນາ" ແລະສັດທີ່ອາໄສຢູ່ໃນພວກມັນມີຄວາມຮູ້ສຶກຄືກັບຄົນ. ອາດແປໄດ້ອີກວ່າ: "ຂໍໃຫ້ມັນເປັນຄືກັບທົ່ງນາຂອງພວກເຂົາເອງແລະສັດທັງຫມົດທີ່ອາໄສຢູ່ໃນນັ້ນມີຄວາມປິຕິຍິນດີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ແລ້ວ​ໃຫ້​ຕົ້ນ​ໄມ້​ທັງ​ຫມົດ​ຂອງ​ປ່າ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ

"ແລ້ວຕົ້ນໄມ້ທັງຫມົດໃນປ່າຈະຮ້ອງອອກມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຢູ່ຕໍ່ຫນ້າ​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ກຳ​ລັງ​ມາ. ພ​ຣະ​ອົງ​ກຳ​ລັງ​ມາ​ຕັດ​ສິນ​ໂລກ​ພ​ຣະ​ອົງ​ຈະ​ຊົງ​ຕັດ​ສິນ​ໂລກ ... ​ແລະ​ຈະ​ຊົງ​ຕັດ​ສິນ​ຊົນ​ຊາດ​ທັງ​ຫລາຍ​

ສາມປະໂຫຍກນີ້ມີຄວາມຫມາຍຄ້າຍຄືກັນ; ສອງປະໂຫຍກສຸດທ້າຍແມ່ນເຮັດໃຫ້ປະໂຫຍກທຳອິດເຂັ້ມແຂງ. (ເບິ່ງເພີ່ມເຕີມ rc://*/ta/man/translate/figs-parallelism)

ຕັດສິນ ... ຈະຕັດສິນ

ຄວາມຫມາຍທີ່ເປັນໄປໄດ້ອີກຢ່າງຫນຶ່ງຄື“ ການປົກຄອງ…ຈະປົກຄອງ.”

ດ້ວຍ​ຄວາມ​ຊອບ​ທັມ​ແລະ​ຈະ​ຊົງ​ຕັດ​ສິນ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ

ຢູ່ທີ່ນີ້ "ໂລກ" ແມ່ນຄຳອະທິບາຍສຳລັບທຸກໆຄົນໃນໂລກ. ອາດແປໄດ້ອີກວ່າ: "ພຣະອົງຈະຕັດສິນຄົນທັງຫມົດຂອງໂລກຢ່າງຍຸຕິທໍາ." ເບິ່ງວິທີການແປຄຳເຫລົ່ານີ້ໃນ 9:7. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ

"ພຣະອົງຈະຕັດສິນປະຊາຊົນດ້ວຍຄວາມຊື່ສັດຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

​ດ້ວຍ​ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ເປັນທຳ, ອີງຕາມສິ່ງທີ່ພຣະອົງຮູ້ແມ່ນຄວາມຈິງ" ຫລື 2) "ໃຊ້ມາດຕະຖານດຽວກັນສຳລັບທຸກໆຄົນ."