lo_tn/psa/096/007.md

2.6 KiB

ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ ... ຈົ່ງສັນລະເສີນ​ພ​ຣະ​ສະຫງ່າຣາສີ, ແລະ ​ກຳ​ລັງ​ຂອງ​ພ​ຣະ​ອົງ

ຄຳນາມທີ່ເປັນນາມມະທຳແມ່ນ "ພ​ຣະ​ສະຫງ່າຣາສີ" ແລະ "ຄວາມເຂັ້ມແຂງ" ສາມາດຖືກກ່າວເຖິງເປັນຄຳຄຸນນາມ. ອາດແປໄດ້ອີກວ່າ: "ຈົ່ງຍ້ອງຍໍສັນລະເສີນພຣະຢາເວ ... ຈົ່ງສັນລະເສີນພຣະຢາເວເພາະວ່າພຣະອົງມີຄວາມຮຸ່ງເຮືອງ ແລະເຂັ້ມແຂງ." ເບິ່ງວິທີການແປຄຳເຫລົ່ານີ້ໃນ 29:1.

ຖວາຍ​ກຽຕ​ແດ່​ພ​ຣະ​ຢາ​ເວ​ຊຶ່ງ​ຄວນ​ແກ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ

ຖວາຍກຽດແກ່ນາມຊື່ຂອງພຣະຢາເວທີ່ນາມຊື່ຂອງພຣະອົງຊົງສົມຄວນ "ກຽດຕິຍົດ" ເປັນຄຳນາມທີ່ເປັນນາມມະທຳສາມາດຖືກກ່າວເຖິງເປັນຄຳກິລິຍາ ຫລື ຄຳຄຸນນາມ. ອາດແປໄດ້ອີກວ່າ: "ຖວາຍກຽດແກ່ພຣະຢາເວຄືກັບຊື່ຂອງພຣະອົງທີ່ຊົງສົມຄວນ" ຫລື "ປະກາດວ່າພຣະຢາເວແມ່ນຮຸ່ງເຮືອງຄືກັນກັບນາມຊື່ຂອງພຣະອົງຊົງສົມຄວນ." ເບິ່ງວິທີການແປຄຳເຫລົ່ານີ້ໃນ 29:1. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ

"ຊື່" ຫມາຍເຖິງບ່ອນນີ້ກ່ຽວກັບບຸກຄົນຂອງພຣະເຈົ້າ. ອາດແປໄດ້ອີກວ່າ: "​ພ​ຣະ​ອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ບໍ​ຣິ​ເວນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ

ໃນພຣະວິຫານບ່ອນທີ່ປະໂລຫິດໄດ້ຖວາຍສັດເພື່ອພຣະຢາເວ.