lo_tn/psa/094/022.md

2.8 KiB

ພ​ຣະ​ຢາ​ເວ​, ຊົງ​ເປັນ​ຫໍ​ຄອຍ​ທີ່​ສູງ​ຂອງ​ຂ້າ​ນ້ອຍ

ໃນນີ້ "ຫໍຄອຍ" ແມ່ນຄຳປຽບທຽບສຳລັບການປ້ອງກັນ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ປົກປ້ອງຂ້ານ້ອຍຈາກສັດຕູຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ຊົງ​ເປັນ​ຫີນດານ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ

ຜູ້ຂຽນເພງສັນລະເສີນກ່າວເຖິງການມີພຣະເຈົ້າປົກປ້ອງລາວຄືກັບວ່າພຣະເຈົ້າເປັນສະຖານທີ່ໆຜູ້ແຕ່ງເພງສັນລະເສີນສາມາດໄປຢູ່ບ່ອນປອດໄພ. ເບິ່ງວິທີການ "ຫີນ" ແລະ "ບ່ອນລີ້ໄພ" ຖືກແປໃນ 62:7. ອາດແປໄດ້ອີກວ່າ: "ຂ້ານ້ອຍໄດ້ຂໍໃຫ້ພຣະເຈົ້າປົກປ້ອງຂ້ານ້ອຍ, ແລະ ພຣະອົງໄດ້ຮັກສາຂ້ານ້ອຍໃຫ້ປອດໄພໂດຍອຳນາດຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈະ​ຊົງ​ໃຫ້​ຄວາມ​ຜິດ​ບາບ​ຂອງ​ພວກ​ເຂົາ​ຕົກ​ມາ​ເທິງ​ພວກ​ເຂົາ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ຈະເຮັດສິ່ງທີ່ຊົ່ວຮ້າຍທີ່ພວກເຂົາໄດ້ເຮັດຕໍ່ຄົນອື່ນ" ຫລື 2) "ຈະລົງໂທດພວກເຂົາສຳລັບສິ່ງທີ່ຊົ່ວຮ້າຍທັງຫມົດທີ່ພວກເຂົາໄດ້ເຮັດຕໍ່ຄົນອື່ນ."

​ຕັດ​ພວກ​ເຂົາ​

ນີ້ແມ່ນສຳນວນເຊິ່ງຫມາຍຄວາມວ່າ "ຂ້າພວກເຂົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

​ໃນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ເອງ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ໃນຂະນະທີ່ພວກເຂົາກຳລັງເຮັດສິ່ງທີ່ຊົ່ວຮ້າຍ" ຫລື 2) "ເພາະວ່າພວກເຂົາໄດ້ເຮັດສິ່ງທີ່ຊົ່ວຮ້າຍ."