lo_tn/psa/091/003.md

3.5 KiB

ເພາະ​ພ​ຣະ​ອົງ​ຈະ​ຊົງ​ຊ່ວຍ​ກູ້​ທ່ານ​ໃຫ້​ພົ້ນ​ຈາກ​ກັບ​ດັກ​ຂອງ​ນາຍ​ພານ​ແລະ​ພົ້ນ​ຈາກ​ໂຣກ​ຣະ​ບາດ​ຮ້າຍ​ແຮງ​ນັ້ນ

ຄຳເວົ້າທີ່ຖືກເອົາອອກແມ່ນສາມາດເອົາເຂົ້າໃສ່ໄດ້. ອາດແປໄດ້ອີກວ່າ: "ເພາະວ່າພຣະເຈົ້າຈະຊ່ວຍທ່ານໃຫ້ພົ້ນຈາກແຮ້ວຂອງຜູ້ລ່າ ແລະພຣະອົງຈະຊ່ວຍທ່ານໃຫ້ພົ້ນຈາກໄພພິບັດທີ່ສາມາດຂ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

​ກັບ​ດັກ​ຂອງ​ນາຍ​ພານ

"ຈາກບ້ວງແຮ້ວທີ່ລ່າໄດ້ກຳນົດຈັບທ່ານ"

ພ​ຣະ​ອົງ​ຈະ​ຊົງ​ປົກ​ທ່ານ​ໄວ້​ດ້ວຍ​ປີກ​ຂອງ​ພ​ຣະ​ອົງ, ແລະ​ທ່ານ​ຈະ​ພົບ​ທີ່​ລີ້​ພັຍ​ພາຍ​ໃຕ້​ປີກ​ຂອງ​ພ​ຣະ​ອົງ

ການປົກປ້ອງຂອງພຣະເຈົ້າໃນນີ້ຖືກເອີ້ນຄືວ່າ "ປີກ" ເຊິ່ງນົກຊະນິດຫນຶ່ງໃຊ້ເພື່ອປົກປິດ 'ລູກນ້ອຍຈາກອັນຕະລາຍ. "ປົກຄຸມເຈົ້າດ້ວຍປີກຂອງພຣະອົງ" ແລະ "ພາຍໃຕ້ປີກຂອງພຣະອົງ" ຫມາຍເຖິງພື້ນຖານຄືກັນ. ອາດແປໄດ້ອີກວ່າ: "ພຣະອົງຈະຮັກສາທ່ານໃຫ້ປອດໄພ ແລະປົກປ້ອງທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-parallelism]])

ຄວາມ​ແທ້​ຈິງ​ຂອງ​ພ​ຣ​ະ​ອົງ​ເປັນ​ໂລ້​ ແລະ​ທີ່​ຄຸ້ມ​ພັຍ

ຄວາມຫນ້າເຊື່ອຖືຂອງພຣະເຈົ້າ ໃນນີ້ຖືກກ່າວເຖິງວ່າເປັນ "ໂລ້" ເຊິ່ງສາມາດປົກປ້ອງຜູ້ຄົນທີ່ເພິ່ງອາໄສພຣະອົງ. ອາດແປໄດ້ອີກວ່າ: "ທ່ານສາມາດໄວ້ວາງໃຈພຣະອົງໃນການປົກປ້ອງທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-abstractnouns]])

ທີ່​ຄຸ້ມ​ພັຍ

ບໍ່ມີໃຜຮູ້ແນ່ນອນວ່າ ຄຳນີ້ຫມາຍຄວາມວ່າແນວໃດ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ເຄື່ອງປ້ອງກັນຂະຫນາດນ້ອຍທີ່ຕິດຢູ່ກັບແຂນທີ່ທະຫານເຄີຍໃຊ້ເພື່ອປ້ອງກັນຕົນເອງຕໍ່ກັບລູກສອນ ແລະດາບ ຫລື 2) ກຳແພງຫີນຕັ້ງຢູ່ໃນວົງກົມພາຍໃນເຊິ່ງທະຫານສາມາດເຊື່ອງ ແລະຍິງລູກສອນໄດ້.