lo_tn/psa/089/015.md

2.5 KiB

ຜ​ູ້​ທີ່​ນະ​ມັ​ສະ​ການ​ພ​ຣະ​ອົງ​

ໃນທີ່ນີ້ຄຳວ່າ "ນະມັດສະການ" ຫມາຍເຖິງການຮ້ອງໂຮແລະເປົ່າແກ. ນີ້ແມ່ນການໄຫວ້ທຳມະດາໃນບຸນຕ່າງໆຂອງຊາວອິດສະລາແອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ພວກ​ເຂົາ​ເດີນ

ໃນທີ່ນີ້ຜູ້ຄົນທີ່ດຳລົງຊີວິດຂອງພວກເຂົາຖືກເວົ້າເຖິງຄືກັບວ່າພວກເຂົາກຳລັງຍ່າງ. ອາດແປໄດ້ອີກວ່າ: "ພວກເຂົາມີຊີວິດຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃນ​ຄວາມ​ສະ​ຫວ່າງ​ແຫ່ງ​ພ​ຣະພັກຂອງ​ພ​ຣະ​ອົງ

ນັກຂຽນເວົ້າເຖິງສິ່ງທີ່ພຣະຢາເວປະຕິບັດທີ່ດີ ຕໍ່ພວກເຂົາຄືກັບວ່າໃບຫນ້າຂອງພຣະຢາເວສ່ອງແສງໃຫ້ພວກເຂົາ. ອາດແປໄດ້ອີກວ່າ: "ຮູ້ວ່າທ່ານກະທຳຢ່າງດີຕໍ່ພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ໃນ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ

ທີ່ນີ້ "ຊື່" ເປັນຕົວແທນຂອງບຸກຄົນ. ອາດແປໄດ້ອີກວ່າ: "ໃນຕົວທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກ​ເຂົາ​ຍົກ​ຍ້ອງ​ເຊີດ​ຊູ​ພ​ຣະ​ອົງ​ໃນ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ

ຄຳນາມພາສາທີ່ບໍ່ມີຕົວຕົນ "ຄວາມຊອບທຳ" ສາມາດຖືກກ່າວເຖິງເປັນຄຳຄຸນນາມ. ອາດແປໄດ້ອີກວ່າ: "ພວກເຂົາຍົກສູງທ່ານເພາະວ່າທ່ານເຮັດສິ່ງທີ່ຖືກຕ້ອງສະເຫມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)