lo_tn/psa/088/011.md

4.7 KiB

ຄວາມ​ຊື່​ສັດ​ແຫ່ງພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຈະ​ຖືກ​ປະ​ກາດ​ໃນ​ຂຸມ​ຝັງ​ສົບ, ຫລື​ປະ​ກາດ​ຄວາມ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ພ​ຣະ​ອົງ​ໃນ​ແດນ​ຄົນ​ຕາຍ​ບໍ່?

ຄຳຖາມທັງສອງຫມາຍເຖິງສິ່ງດຽວກັນ. ນັກຂຽນໃຊ້ຄຳຖາມຕ່າງໆເພື່ອເນັ້ນຫນັກວ່າຄົນຕາຍບໍ່ສາມາດສັນລະເສີນໃນຄວາມສັດຊື່ຂອງພຣະເຈົ້າ. ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ບໍ່ມີໃຜຈະປະກາດຄວາມຊື່ສັດ ຫລືຄວາມສັດຊື່ຕໍ່ພັນທະສັນຍາຂອງທ່ານຈາກຫລຸມຝັງສົບ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-rquestion]] ແລະ rc://*/ta/man/translate/figs-activepassive)

ບ່ອນຝັງສົບ ... ສະຖານທີ່ຂອງຄົນຕາຍ ... ໃນຄວາມມືດ ... ສະຖານທີ່ແຫ່ງຄວາມລືມ

ທັງຫມົດນີ້ເປັນຕົວແທນສະຖານທີ່ໆຜູ້ຄົນໄປຫລັງຈາກທີ່ພວກເຂົາຈະຕາຍ.

ຄວາມ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ພ​ຣະ​ອົງ​ໃນ​ແດນ​ຄົນ​ຕາຍ​ບໍ່?

ນີ້ສາມາດຖືກແປເປັນປະໂຫຍກແຍກຕ່າງຫາກ. ອາດແປໄດ້ອີກວ່າ: "ຄວາມສັດຊື່ຂອງພຣະອົງຈະຖືກປະກາດໃນບ່ອນຄົນຕາຍບໍ?" ຫລື "ຄົນທີ່ຕາຍແລ້ວຈະບໍ່ປະກາດຄວາມສັດຊື່ຂອງພຣະອົງ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-ellipsis]] ແລະ [[rc:///ta/man/translate/figs-rquestion]])

ການ​ກະ​ທຳ​ອັນ​ອັ​ດສະ​ຈັນ​ຂອງ​ພ​ຣະ​ອົງ​ຈະ​ເປັນ​ຮູ້​ຈັກ​ກັນ​ໃນ​ຄວາມ​ມືດ, ຫລື​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ກັນ​ໃນ​ແຜ່ນ​ດິນ​ແຫ່ງ​ຄວາມຫ​ລົງ​ລືມ​ບໍ່​?

ຄຳຖາມທັງສອງຫມາຍເຖິງສິ່ງດຽວກັນ. ນັກຂຽນໃຊ້ຄຳຖາມຕ່າງໆເພື່ອເນັ້ນຫນັກວ່າຄົນທີ່ຕາຍແລ້ວບໍ່ສາມາດປະສົບກັບ ຫລືປະກາດສິ່ງທີ່ຍິ່ງໃຫຍ່ທີ່ພຣະເຈົ້າເຮັດ. ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ປະຊາຊົນຈະບໍ່ເວົ້າກ່ຽວກັບການກະທຳທີ່ດີ ແລະຄວາມຊອບທຳຂອງພຣະອົງໃນບ່ອນມືດຂອງຄົນຕາຍທີ່ຖືກລືມ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-rquestion]] ແລະ rc://*/ta/man/translate/figs-activepassive)

ຫລື​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ກັນ​ໃນ​ແຜ່ນ​ດິນ​ແຫ່ງ​ຄວາມຫ​ລົງ​ລືມ​ບໍ່​?

ນີ້ສາມາດຖືກແປເປັນປະໂຫຍກແຍກຕ່າງຫາກ. ອາດແປໄດ້ອີກວ່າ: "ຄວາມຊອບທຳຂອງພຣະອົງຈະເປັນທີ່ຮູ້ຈັກຢູ່ບ່ອນຖືກລືມບໍ?" ຫລື "ຜູ້ທີ່ຢູ່ໃນຄວາມລືມຈະບໍ່ຮູ້ກ່ຽວກັບສິ່ງທີ່ຊອບທຳທີ່ທ່ານເຮັດ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-ellipsis]] ແລະ [[rc:///ta/man/translate/figs-rquestion]])