lo_tn/psa/087/001.md

3.2 KiB

ຂໍ້​ມູນ​ທົ່ວ​ໄປ:

ການຂະຫນານແມ່ນພົບທົ່ວໄປໃນບົດກະວີເຮັບເຣີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]])

ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ໂກ​ຣາ; ບົດ​ເພງ

"ນີ້ແມ່ນບົດ​ເພງ​ສັນ​ຣະ​ເສີນຫນຶ່ງທີ່ລູກຊາຍຂອງໂຄຣຳຂຽນ"

ປະ​ຕູ​ຂອງ​ຊີ​ໂອນ

ໃນນີ້ "ປະຕູຊີໂອນ" ເປັນຕົວແທນໃຫ້ແກ່ເມືອງເຢຣູຊາເລັມທັງຫມົດ. ອາດແປໄດ້ອີກວ່າ: "ເມືອງເຢຣູຊາເລັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ບັນ​ດາ​ເຕັນ​ຂອງ​ຢາ​ໂຄບ​ທັງ​ຫມົດ

ປະຊາຊົນອາໄສຢູ່ໃນເຕັນໃນຂະນະທີ່ພວກເຂົາເດີນທາງໄປທະເລຊາຍ. ໃນນີ້ນັກຂຽນໃຊ້ "ເຕັນຂອງຢາໂຄບ" ເພື່ອເປັນຕົວແທນໃຫ້ແກ່ບ່ອນທີ່ຊາວອິດສະຣາເອນອາໄສຢູ່ໃນຕອນນີ້. ອາດແປໄດ້ອີກວ່າ: "ສະຖານທີ່ອື່ນ ທີ່ຢູ່ອາໄສຂອງຊາວອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເມືອງ​ຂອງ​ພ​ຣະ​ເຈົ້າ​ເອີຍ, ບັນ​ດາ​ສິ່ງ​ທີ່​ມີ​ສະ​ຫງ່າ​ຣາ​ສີ​ຕ່າງ​ກ່າວ​ເຖິງ​ນາງ

ນັກຂຽນເວົ້າກັບເມືອງເຢຣູຊາເລັມ ຄືກັບວ່າມັນກຳລັງຟັງລາວຢູ່. ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ທ່ານ ປະຊາຊົນໃນເມືອງເຢຣູຊາເລັມ, ຄົນອື່ນໆເວົ້າເຖິງສິ່ງມະຫັດສະຈັນກ່ຽວກັບເມືອງຂອງທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-apostrophe]] ແລະ [[rc:///ta/man/translate/figs-activepassive]])

ເສລາ

ນີ້ອາດຈະແມ່ນຄຳສັບດົນຕີທີ່ບອກໃຫ້ຄົນເຮົາຮ້ອງເພັງຫລືຫຼີ້ນເຄື່ອງດົນຕີຂອງເຂົາເຈົ້າຢູ່ບ່ອນນີ້. ການແປບາງພາສາໄດ້ຂຽນໃນພາສາເຮັບເຣີ, ແລະ ການແປບາງສະບັບບໍ່ລວມເອົາມັນ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 3:1. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-transliterate)