lo_tn/psa/084/011.md

2.5 KiB

ເພາະ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຊົງ​ເປັນ​ດວງ​ອາ​ທິດ​ ແລະ​ປັນ​ໂລ້​ຂອງ​ເຮົາ

ພຣະຢາເວຜູ້ທີ່ຊີ້ນຳ ແລະປົກປ້ອງປະຊາຊົນຂອງພຣະອົງຖືກກ່າວເຖິງຄືກັບວ່າພຣະອົງເປັນແສງຕາເວັນ ແລະເປັນທີ່ກຳບັງ. ອາດແປໄດ້ອີກວ່າ: "ເພາະວ່າພຣະເຈົ້າຢາເວພຣະເຈົ້ານຳພາພວກເຮົາຄືກັບແສງຈາກດວງອາທິດ, ແລະພຣະອົງປົກປ້ອງພວກເຮົາຄືກັນກັບໂລ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈະ​ຊົງ​ປຣະ​ທານ​ພ​ຣະ​ຄຸນ​ແລະ​ສັກ​ສີ

ຄຳນາມທີ່ເປັນນາມມະທຳແມ່ນຄຳວ່າ "ພຣະຄຸນ" ແລະ "ສັກສີ" ສາມາດຖືກກ່າວເຖິງເປັນຄຳກິລິຍາ. ອາດແປໄດ້ອີກວ່າ: "ພຣະຢາເວຈະສະແດງຄວາມກະລຸນາຕໍ່ພວກເຮົາ ແລະໃຫ້ກຽດພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຜູ້​ທີ່​ດຳ​ເນີນ​ໃນ​ຄວາມ​ຊື່​ສັດ​ສຸ​ຈະ​ລິດ

ວິທີທີ່ບຸກຄົນໃດຫນຶ່ງດຳເນີນຊີວິດຫລືການປະພຶດຂອງພວກເຂົາຖືກກ່າວເຖິງຄືກັບວ່າຄົນນັ້ນກຳລັງຍ່າງ. ອາດແປໄດ້ອີກວ່າ: "ຜູ້ທີ່ດຳລົງຊີວິດຢ່າງສັດຊື່" ຫລື "ຜູ້ທີ່ສັດຊື່"

ຄົນ​ທີ່​ວາງ​ໃຈ​ໃນ​ພ​ຣະ​ອົງ​ກໍ​ເປັນ​ສຸກ

ໃນນີ້ "ຄົນ" ຫມາຍເຖິງຄົນທົ່ວໄປ. ອາດແປໄດ້ອີກວ່າ: "ໄດ້ຮັບພອນແມ່ນຜູ້ທີ່" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-genericnoun]] ແລະ [[rc:///ta/man/translate/figs-gendernotations]])