lo_tn/psa/083/016.md

2.7 KiB

ຂໍ​ຊົງ​ໃຫ້​ບັນ​ດາ​ໃບ​ຫນ້າ​ຂອງ​ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ອາຍ

ທີ່ນີ້ "ໃບຫນ້າ" ເປັນຕົວແທນຂອງຄົນທັງຫມົດ. ອາດແປໄດ້ອີກວ່າ: "ເຮັດໃຫ້ພວກເຂົາມີຄວາມລະອາຍຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ພວກ​ເຂົາ​ຈະ​ໄດ້​ສະ​ແຫວງ​ຫາ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ

ໃນນີ້ "ຊື່" ສະແດງເຖິງພະລັງຂອງພຣະເຈົ້າ. ສັດຕູຂອງພຣະເຈົ້າຍອມຮັບວ່າພຣະເຈົ້າຊົງມີອຳນາດໄດ້ຖືກກ່າວເຖິງຄືກັບວ່າພວກເຂົາກຳລັງສະແຫວງຫາທີ່ຈະພົບກັບພຣະຢາເວ. ອາດແປໄດ້ອີກວ່າ: "ພວກເຂົາອາດຈະຮັບຮູ້ວ່າທ່ານມີອຳນາດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]])

ສະ​ແຫວງ​ຫາ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ສັດຕູຂອງພຣະເຈົ້າຍອມຮັບວ່າພຣະເຈົ້າມີອຳນາດ ຫລື 2) ສັດຕູຂອງພຣະເຈົ້າກຳລັງຂໍໃຫ້ພຣະເຈົ້າຊ່ວຍ ຫລື 3) ສັດຕູຂອງພຣະເຈົ້າເລີ່ມນະມັດສະການແລະເຊື່ອຟັງພະອົງ.

ຂໍ​ໃຫ້​ພວກ​ເຂົາ​ອັບ​ອາຍ​ແລະ​ຢ້ານ​ກົວ​ຢູ່​ເປັນ​ນິດ

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເຮັດໃຫ້ພວກເຂົາມີຄວາມລະອາຍ ແລະຢ້ານກົວຕະຫລອດໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພວກ​ເຂົາ​ຈິບຫາຍ​ໄປ​ໃນ​ຄວາມ​ອັບ​ປະ​ຍົດ

ພວກເຂົາອາດຈະຕາຍໃນຂະນະທີ່ພວກເຂົາມີຄວາມລະອາຍ".